ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງສິ້ນສຸດການຢ້ຽມຢາມອາເມລິກາຢ່າງເປັນທາງການ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງສິ້ນສຸດການຢ້ຽມຢາມອາເມລິກາຢ່າງເປັນທາງການ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ລັດຖະມົນ
ຕີວ່າການຕ່າງປະເທດ  John Kerry (ພາບ: internet)

(vovworld) – ວັນ​ທີ 11/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ ຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມຢາມ​ ອາ​ເມ​ລິ​ກາ ເປັນ​ເວລາ​ກ່ວາ 10 ວັນອັນ​ດີງາມ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໃນ​ໂລກ​ຄັ້ງທີ 4.

        ​ໃນ​ຂອບ​ເຂດ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂວາລະ​ປະຊຸມ, ​ເຂົ້າ​ຮ່ວມ​ປຶກສາ​ຫາລື​ຮ່ວມ ດ້ວຍ​ຫົວ​ຂໍ້ “ປະຊາທິປະ​ໄຕ ​ເພື່ອ​ສັນ​ຕິ​ພາບ ​ແລະ ພັດທະນາ​ແບບ​ຍືນ​ຍົງ: ສ້າງ​ໂລກ​ຕາມ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ”. ນອກ​ເວທີ​ປາ​ໄສ​ລັດຖະສະພາ​ໃຫຍ່​ສຸດ​ທົ່ວ​ໂລກ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ບັນດາ​ການ​ພົບ​ປະ 2 ຝ່າຍ​ກັບ​ປະທານ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຊຸດ​ທີ 69 ​ແລະ 70, ປະທານ IPU, ຜູ່​ຕາງໜ້າ​ສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ຄື: ຈີນ, ຍິ່ປຸ່ນ, ​ເບຣາຣຸດ, ມົງ​ໂກ, ​ໂມ​ຊຳ​ບິ​ກ, ກູ​ບາ, ຊີຣີ. ພິ​ເສດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເປັນ​​ເຈົ້າພາບ​ຈັດ​ງານ​ລ້ຽງສະ​ເຫຼີ​ມສະຫຼອງ​ວັນຊາດ​ທີ 2/9 ຢູ່​ສຳ​ນັກ​ງານ ສະຫະ​ປະຊາ​ຊາດ.

        ​ເມື່ອ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ທີ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ ດີ​ຊີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ບັນດາ​ການ​ພົບ​ປະ​ກັບ​ກາ​ນນຳ​ສະພາ​ຕ່ຳ ​ແລະ ສະພາ​ສູງ​ຂອງ ອາ​ເມ​ລິ​ກາ, ພົບ​ປະ​ກັບທ່ານ​ປະທານ​ທະນາຄານ​ໂລກ Jim Yong Kim ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ ຫວຽດນາມ ​ໂດຍ​ທະນາຄານ​ໂລກ​ຈັດ​ຕັ້ງ​ ດ້ວຍຫົວ​ຂໍ້: “ບົດບາດ​ນັບ​ມື້​ນັບ​ສູງ​ຂຶ້ນ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ສຳລັບ​ການ​ພັດທະນາ​ປະ​ເທດ​ຊາດ”. ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຢ້ຽ​ມຢາມ​ນະຄອນ Boston, ລັດ Massachussetts, ພົບ​ປະ​ກັບ​ການ​ນຳ​ລັດ, ພົບ​ປະ ​ແລະ ​ໂອ້​ລົມ​ກັບ​ນັກ​ສຶກສາ ​ແລະ ນັກ​ຍາ​ຊົນ ຫວຽດນາມ ພ້ອມ​ບັນດາ​ເພື່ອນ​ມິດ ອາ​ເມ​ລິ​ກາ.

 

ຂ່າວ/ບົດ​ອື່ນ