ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງອວຍພອນບຸນເຕັດພະນັກງານຫ້ອງວ່າການສະພາແຫ່ງຊາດ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງອວຍພອນບຸນເຕັດພະນັກງານຫ້ອງວ່າການສະພາແຫ່ງຊາດ - ảnh 1
(ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ອວຍພອນບຸນເຕັດພະນັກງານຫ້ອງວ່າການສະພາແຫ່ງຊາດ)


(vovworld) –​ ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ​ປີ​ວອກ 2016, ຕອນ​ເຊົ້າ​ວັນ​ທີ 15/02, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ້​ອວຍ​ພອນ​ບຸ​ນ​ເຕັດ​ການ​ນຳ, ພະ​ນັກ​ງານ, ພາ​ລະ​ກອ​ນ​ສະ​ພາ​ຊົນ​ເຜົ່າ ແລະ ບັນ​ດາ​ຄະ​ນະ​ກຳ​ມະ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ໝູ່​ຄະ​ນະ​ພະ​ນັກ​ງານ, ລັດ​ຖະ​ກອນ, ພາ​ລະ​ກອນ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້​ແຕ່​ລະ​ສ່ວນ​ບຸກ​ຄົນ, ອົງ​ການ, ຫົວ​ໜ່ວຍ ຈົ​່ງ​ຖອດ​ທອນ​ບົດ​ຮຽ​ນ ເພື່ອ​ໃຫ້​ປີ 2016 ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ອາ​ຍຸ​ການ 2016 – 2021 ສຳ​ເລັດ​ຜົນ; ສື​ບ​ຕໍ່​ສ້າງ​ບັນ​ດາ​ປະ​ມວນ​ກົດ​ໝາຍ​ໃຫ້​ສົ​ມ​ບູນ​ແບບ, ກົດ​ໝາຍ​ໃຫ້​ເໝ​າ​ະ​ສົມ​ກັບ​ບັນ​ດາ​ເນື້ອ​ໃນ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ປີ 2013. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກໍ​ສະ​ເໜ​ີ​ໃຫ້​ບັນ​ດາ​ອົງ​ການ, ຫົວ​ໜ່ວຍ ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ...

ຂ່າວ/ບົດ​ອື່ນ