ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໃນໂລກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
(ພາບ: ອິນເຕີແນັດ)


(vovworld) – ຕອນ​ຄ່ຳ​ວັນ​ທີ 29/8, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເດີນທາງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໃນ​ໂລກ​ຄັ້ງ​ທີ 4 ​ເຊິ່ງຈັດ​ຕັ້ງ​ຢູ່ນະຄອນ ນິວຢອກ ​ແລະ ຢ້ຽມ​ຢາມ ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 31/8 – 9/9/2015. ການ​ເຂົ້າ​ຮ່ວມ​ຂອງ​ຄະນະ​ຜູ້​ແທນສະພາ​​ແຫ່ງ​ຊາດ ຫວຽດນາມ ຢູ່​ກອງ​ປະຊຸມ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໃນ​ໂລກຄັ້ງ​ທີ 4 ​ເພື່ອ​ແນ​ໃສ່ຢືນຢັນ​ຄືນ​ໃໝ່​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ​ເປັນ​ສະມາຊິກ​ຢ່າງ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນ​ເວທີສາກົນ, ຍາມ​ໃດ​ກໍ​ມານະ​ພະຍາຍາມ​ພ້ອມ​ກັບ​ລັດຖະສະພາ​ບັນດາ​ປະ​ເທດ​ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ ​ໃນ​ການ​ປະຕິບັດຄາດ​ໝາຍພັດທະນາຢ່າງໝັ້ນຄົງ, ​ໃນ​ນັ້ນ​ຜົນ​ປະ​ໂຫຍ​ດ, ສິດຜົນປະ​ໂຫຍ​ດຂອງ​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຮັບຖື​ເປັນ​ສຳຄັນ. ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ ຈະ​ປະກອບສ່ວນ​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ເວທີສາກົນ.

        ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ​ໃນ​ລະຫວ່າງ​ວັນ​ທີ 3 – 9/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຈະ​ຢ້ຽມຢາມ ອາ​ເມ​ລິ​ກາ, ຕ້ອນຮັບ​ການ​ນຳ​ສະພາ​ຕ່ຳ ​ແລະ ສະພາ​ສູງ ອາ​ເມ​ລິ​ກາ, ພົບ​ປະ​ສັງ​ສັນ​ປະຊາ​ຄົມ​ຊາວ ຫວຽດນາມ, ພົບ​ປະ​ກັບບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ. ນີ້​ແມ່ນ​ເຫດ​ການສຳຄັນ​ພິ​ເສດ ​ເພາະ​ວ່າ​ນີ້ເປັນ​ຄັ້ງ​ທຳ​ອິດ ທີ່ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮວມມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ບໍ່​ພຽງ​ແຕ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລັດຖະສະພາ 2 ຝ່າຍ​ເທົ່າ​ນັ້ນ, ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ດ້ານ​​ເສດຖະກິດ, ການ​ຄ້າ, ການ​ສຶກສາ, ສາທາລະນະ​ສຸກ​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ.

 


ຂ່າວ/ບົດ​ອື່ນ