ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມກອງປະຊຸມສະພາປະຊາຊົນນະຄອນຮ່າໂນ້ຍ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມກອງປະຊຸມສະພາປະຊາຊົນນະຄອນຮ່າໂນ້ຍ - ảnh 1
(ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ)

(vovworld) ​ ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 14 ຊຸດ​ທີ 14 ສະພາ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 01/12. ນີ້​ແມ່ນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ສຸດ​ທ້າຍ ​ເພື່ອ​ໃຫ້ສະພາ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ກວດກາ ​ແລະ ປະຕິບັດສຳ​ເລັດ​ບັນດາ​ໜ້າ​ທີ່​ໄດ້​ວາງ​ອອກ​ໃນ​ອາຍຸ​ການ, ພ້ອມທັງ ຮັບ​ຮູ້ຕີ​ລາຄາ ​ແລະ ລາຍ​ງານ​ຕໍ່ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ບັນດາ​ໝາກຜົນທີ່​ບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ທຸກ​ຂັ້ນ, ທຸກ​ຂະ​ແໜງ​ການ ​ແລະ ປະຊາຊົນ​ນະຄອນຫລວງ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໜ້າ​ທີ່, ມາດ​ຕະການ​ຢ່າງ​ທັນ​ການ​ແລະ ມີ​ປະສິດທິ​ຜົນ ​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານເສດຖະກິດ​ມະຫາ​ພາກ; ຕີ​ລາຄາ​ໝາກຜົນ​​ແຫ່ງການ​ປະຕິບັດ​ແຜນຜັງ​ພັດທະນາ​ເສດຖະກິດ​ສັງຄົມ​ຮອດ​ປີ 2020, ກຳນົດ​ທິດ​ເຖິງ​ປີ 2030. ພ້ອມທັງ ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ຂ້ຽວຂາດ​ກ່ວາ ​ໃນ​ການ​ປະຕິບັດການ​ປະຕິ​ຮູບ​ດ້ານການ​ບໍລິຫານ ​ເພື່ອ​ຍົກ​ສູງອັດຕາ​ການ​ແກ່ງ​ແຍ້​ງ​ໃນທຸກ​ດ້ານ; ສືບ​ຕໍ່​ປ່ຽນ​ໃໝ່ຢ່າງແຂງ​ແຮງ, ຍົກ​ສູງ​ປະສິດທິ​ຜົນການ​ເຄື່ອນ​ໄຫວ​ຂອງ​ສະພາ​ປະຊາຊົນກ່ວາ​ອີກ, ​ເຮັດ​ບົດບາດ​ເປັນ​ອົງການ​ສິດ​ກຳອຳນາດ​ຢູ່​ທ້ອງ​ຖິ່ນ​ໃຫ້​ດີ.

ຂ່າວ/ບົດ​ອື່ນ