ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມພິທີເປີດສະຫຼວງຂົວເກືອດ້າຍ,ແຂວງກວາງນາມ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຂົ້າຮ່ວມພິທີເປີດສະຫຼວງຂົວເກືອດ້າຍ,ແຂວງກວາງນາມ - ảnh 1
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ເຂົ້າຮ່ວມພິທີເປີດສະຫຼວງຂົວເກືອດ້າຍ,ແຂວງກວາງນາມ
(ພາບ: TTXVN)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 27/03, ຢູ່​ນະ​ຄອ​ນ​ໂຮ້ຍ​ອານ, ແຂວງກວາງ​ນາມ ໄດ້​ຈັດ​ພິ​ທ​ີ​ເປີດ​ສະ​ຫຼອງ​ຂົວ ເ​ກືອ​ດ້າຍ ແລະ ເສັ້ນ​ທາງ​ແຄ້ມ​ທະ​ເລ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ປາ​ໄສ. ຂົວ ເກືອ​ດ້າຍ ຕັ້ງຂ້າມ​ແມ່​ນຳ​້ ຖູ​ໂບນ​, ເຊື່ອມ​ຕໍ່​ນະ​ຄອນ​ໂຮ້ຍ​ອານ ກັບ​ເມື​ອງ ຢຸຍ​ຊວຽນ, ໃນ​ເສັ້ນ​ທາງ​​ແຄມ​ທະ​ເລແຂວງກວາງ​ນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເປີດ​ສະ​ຫຼອງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ນີ້​ແມ່ນ​ເສັ້ມ​ທາງມ​ີ​ຄວາ​ມ​ໝາຍ​ສຳ​ຄັນ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຊາດ​ປ້ອ​ງ​ກັນ​ຄວາມ​ສະ​ຫງົບ, ພ້ອ​ມ​ທັງ​ເຊື່ອມ​ຕໍ່​ເສັ້ນ​ທາງ​ແຄມ​ທະ​ເລ​ຈາກ ດ່ານັ້ງ ​ເຖິງ​ແຂວງ ກວາງ​ຫງ້າຍ. ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ສະ​ເໜີ​ວ່າ.

        “ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ກາ​ນ​ນຳ​ແຂວງ ແລະ ​ໂຮ້ຍ​ອານ, ບັນ​ດາ​ເມືອງ​ແຄມ​ທະ​ເລ ຕ້ອງເຫັນ​ໄດ້​ທ່າ​ແຮງ​ຂອງ​ຕົນ ຍ້ອນ​ກິດ​ຈ​ະ​ກຳ​ນີ້​ນຳ​ມາ​ໃຫ້ ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພັດ​ທະ​ນາ​ໃໝ່ ໃນ​ໄລ​ຍະ​ແຕ່ນີ້​ຮອດ​ປີ 2020, 2025, 2030. ​ແຂວງກວາງ​ນາມ ​ຂອງ​ພວກ​ເຮົາຈະ​ກາຍ​ເປັນ​ແຂວງ​ດີ​ພໍ​ສົມ​ຄວນ​ໃນ​ທົ່ວ​ປະ​ເທດ ແລະ ມີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ເທື່ອ​ທຽນ​ເຫ້ວ, ດ່ານັ້ງ - ກ​ວາງ​ນາມ - ກວາງ​ຫງ້າຍ - ບິ່ງ​ດິ​້ງ - ຟຸ໋​ອຽນ. ​ດິນ​ແດນ​ພາກ​ກາງ​ຫວຽດນາມ ຂອງ​ພວກ​ເຮົ​າ​ຈະ​ກາຍ​ເປັນ​ເຂດ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ, ​ນຳ​ມາເຊິ່ງ​ຜົນ​ງານ​ທີ່​ຍິ່ງ​ໃຫຍ່ກວ່າ”.

ຂ່າວ/ບົດ​ອື່ນ