ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມໃຫຍ່IPU130

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງເຂົ້າຮ່ວມແລະກ່າວຄຳເຫັນທີ່ກອງປະຊຸມໃຫຍ່IPU130 - ảnh 1
ປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ເຂົ້າຮ່ວມກອງປະຊຸມ

(vovworld) – ​ໂດຍ​ສືບ​ຕໍ່​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່​​ສະຫະພັນ​ລັດຖະສະພາ (IPU) ຄັ້ງ​ທີ 130, ຕອນ​ບ່າຍ​ວັນ​ທີ 17/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ​ໃຫຍ່ IPU 130, ຢູ່​ເຊີ​ແນວ, ປະ​ເທດ​ສະວິດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນຢັນ​ທັດສະນະ​ຂອງ ຫວຽດນາມ ​ແມ່ນມຸ່ງ​ໄປ​ເຖິງ​ພື້ນຖານ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ທົ່ວ​ໂລກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ:

    “ຫວຽດນາມ ປາດ​ຖະໜາ​ວ່າ IPU ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃນ​ການ​ຮັບປະກັນ ​ແລະ ຊຸກຍູ້​ປະຊາທິປະ​ໄຕ​ກ່ວາ​ອີກ. ບັນດາ​ປະ​ເທດ​ຄວນ​ເຄົາລົບ ​ແລະ ປົກ​ປັກ​ຮັກສາ ສິດທິ​ມະນຸດ​ຕາມ​ບັນດາ​ມາດຖານ​ສາກົນ ​ແລະ ສືບ​ຕໍ່​ເພີ່ມ​ທະວີ​ບົດບາດ​ຂອງ​ລັດ​ແຫ່ງ​ອຳ​ນາດ​ນິຕິບັນຍັດ. ຫວຽດນາມ ຖື​ວ່າ: ປະຈຸ​ບັນ, ສິດທິ​ມະນຸດ​ບໍ່​ພຽງ​ແຕ່​​​ໄດ້​ຮັບ​ການຊຸກຍູ້​ຍ້ອນ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ບັນ​ຫາ​ນິຕິບັນຍັດ​ ​ແລະ ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ, ປະຕິບັດ​ກົດໝາຍ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​​ໄດ້​ຮັບ​ການ​ຊຸກຍູ້​ກ່ວາ​ອີກ​ຜ່ານ​ການ​​ເຈລະຈາ ​ແລະ ການ​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່ ສປຊ ​ແລະ ບັນດາ​ອົງການ​ສາກົນ​ຄື IPU”

    ຢູ່​ນອກ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ມີ​ກາ​ນພົບ​ປະ​ກັບ​ປະທານ​ສະພາ​ແຫ່ງ​ຊາດ ສ. ປະຊາຊົນ ບັງ​ກະລາ​ເດ​ສ,  ຜູ້ອຳນວຍການ​ໃຫຍ່ ສປຊ ປະຈຳ ​ເຊີ​ແນວ.​​​​..​ ພົບ​ປະ​ກັບ​ພະນັກງານ​ຄະນະ​ຜູ້​ຕາງໜ້າ ຫວຽດນາມ ປະຈຳ ​ເຊີ​ແນວ, ພະນັກງານ​ສະຖາ​ທູດ ຫວຽດນາມ ​ແລະ ຜູ້ຕາງໜ້າປະຊາ​ຄົມ ຫວຽດນາມ ປະຈຳ ສະ​ວິດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຊີ້​ແຈ້ງວ່າ:

ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ພວກ​ເຮົາ, ​ເຖິງ​ວ່າ​ຈະ​ຢູ່​ບ່ອນ​ໃດ​ກໍ່​ແມ່ນ​ພາກສ່ວນ​ໜຶ່ງ​ຂອງ​ປະ​ເທດ ຫວຽດນາມ. ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ​, ບັນດາ​ອ້າຍ, ​ເອື້ອຍ ຍາມ​ໃດ​ກໍ່​ເອກອ້າງ​ທະ​ນົງ​ໃຈ​ຕໍ່ປະ​ເທດ ຫວຽດນາມ, ດຳລົງ​ຊີວິດ​ສົມ​ກັບ​ຊາດ ຫວຽດນາມ, ​ເພື່ອ​ໃຫ້​ເພື່ອນ​ມິ​ດສາກົນ​ເຄົາລົບ​ນັບຖື​ຊາວ ຫວຽດນາມ. ພວກ​ເຮົາ​ກໍ່​ຕ້ອງ​ເຄົາລົບ​ປະ​ເທດ​ຊາດ, ກົດ​ໝາຍ, ປະຊາຊົນ​ປະຈຳ​ຖີ່​ນ ​ເຮັດ​ໄດ້​ຄື​ແນວ​ນັ້ນພວກ​ເຮົາ​ຈຶ່ງ​ຮັກສາ​ການ​ພົວພັນ​ທີ່​ດີ​ໄດ້. ​ໃນ​ລັດຖະນະ​ໂຍບາຍ​ອັນ​ດັບ​ໜຶ່ງ​ແມ່ນ​ຮັບປະກັນ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ອາ​ໄສ​ຢູ່​ຕ່າງປະ​ເທດ​ລຸ້ນຕ່າງໆ​​ໄດ້ຮຽນ​ພາສາ ຫວຽດນາມ.

ຂ່າວ/ບົດ​ອື່ນ