ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເລີ່ມຕົ້ນການຢ້ຽນຢາມBoston ,ລັດMassachsetts,ອາເມລິກາ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເລີ່ມຕົ້ນການຢ້ຽນຢາມBoston ,ລັດMassachsetts,ອາເມລິກາ - ảnh 1
(ທ່ານປະທານສະພາແຫ່ງຊາດ ຫວຽດນາມ
ຫງວຽນຊິງຮຸ່ງ ເລີ່ມຕົ້ນການຢ້ຽນຢາມ Boston )

(vovworld) –​​​ ​ ​ ຕອນ​ເຊົ້າ​ວັນ​ທີ 3/9, ​ ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄປຮອດສະໜາມ​ບິນ​ສາກົນ Logan International, ນະຄອນ Boston, ລັດ Massachsetts, ປະ​ເທດ ອາ​ເມ​ລິ​ກາ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊິ​ນຂອງ​ທ່ານປະທານປະຈຳການ​ກິ​ຕິ​ມະ​ສັກສະພາສູງ ອາເມລິກາ Patrick Leahy; ທ່ານປະທານ​ສະພາ​ຕ່ຳ ອາ​ເມ​ລິ​ກາ John Boehner ​ແລະ ປະທານ​ກຳມາ​ທິການວຽກ​ການ​ທະຫານ, ສະມາຊິກ​ສະພາ​ສູງ John McCain.

        ​ໃນ​ເວລາ​ຢ້ຽມຢາມ Boston, ທ່ີ​ການ​ພົບ​ປະກັບທ່ານ Stanley Rosenberg ​ປະທານ​ສະພາ​ສູງ​ລັດ Massachsetts, ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຄັ້ງ​ນີ້ ​​ເພື່​ອ​ແນ​ໃສ່​ສືບ​ຕໍ່​ປັບປຸງ, ຍູ້​ແຮງ​ການ​ພົວພັນ 2 ຝ່າຍ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ ​ໃຫ້ນັບ​ມື້​ນັບ​ພັດທະນາ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກ່ວາ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ ທ່ານ​ປະທານ​ສະພາ​ສູງ​ລັດ Massachsetts ສືບ​ຕໍ່​ສະໜັບສະໜູນ ​ແລະ ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ນັກ​ສຶກສາ ​ແລະ ຊາວ ຫວຽດນາມ ພວມ​ຮຳ່ຮຽນ ​ແລະ ດຳລົງ​ຊີວິດ​ຢູ່​ທີ່ນີ້; ສະໜັບສະໜູນ​ການສ້າງ​ຕັ້ງ​ມະຫາວິທະຍາ​ໄລ Full Bright ກໍ​ຄື​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ສຶກສາ, ຄົ້ນຄວ້າ​ວິທະຍາສາດ​ລະຫວ່າງ​ບັນດາ​ໂຮງຮຽນ, ຮາກຖານ​ຄົ້ນຄວ້າ​ຂອງ Massachsetts ກັບ​ບັນດາ​ຮາກຖານ​ການ​ສຶກສາ​ຂອງ ຫວຽດນາມ.

        ທ່ານ​ປະທານ​ສະພາ​ສູງ Stanley Rosenberg ​ເນັ້ນ​ໜັກ​ວ່າ: Massachsetts ​ພ້ອມ​ແລ້ວ ທີ່​ຈະຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງລັດ Massachsetts ​ແລະ ບັນດາ​ແຂວງ, ນະຄອນ​ຂອງ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

        ​ແລະ​ກໍ​ຢູ່ Boston, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ປຶກສາ​ຫາລື​ກັບ​ທ່ານປະທານ​ສະພາ​ຕ່ຳ​ລັດ Massachsetts ​ Robert Delco ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ, ພິ​ເສດ​ແມ່ນ​ບັນດາ​ມາດຕະການວິວັດທະນາ​ການ​ຮ່ວມ​ມື ນຳ​ການ​ພົວພັນ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ພິ​ເສດ​ແມ່ນ​ໃນ​ດ້ານ​ການ​ສຶກສາ, ການ​ຄ້າ ​ແລະ ການ​ລົງທຶນ. 2 ຝ່າ​ຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ຕັ້ງໜ້າສົ່ງ​ເສີມດ້ານ​ການ​ຄ້າ ​ແລະ ​ແບ່ງປັນ​ບົດຮຽນ​ນິຕິ​ກຳ.

        ​​ນອກຈາກ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ກໍໄປ​ຢ້ຽມຢາມມະຫາວິທະຍາ​ໄລ Harvard ​ແລະ ມະຫາວິທະຍາ​ໄລ​ຄຸ້ມ​ຄອງ​ລັດ Harvard Kennedy.

ຂ່າວ/ບົດ​ອື່ນ