ປະທານສະພາແຫ່ງຊາດຫງວຽນຊິງຮູ່ງໃຫ້ການຕ້ອນຮັບປະທານສະພາແຫ່ງຊາດລາວແລະກຳປູເຈຍ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງໃຫ້ການຕ້ອນຮັບປະທານສະພາແຫ່ງຊາດລາວແລະກຳປູເຈຍ - ảnh 1
ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢ່າທໍຕູ້
ແລະ ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບ: Nhan Sáng-TTXVN)

(vovworld) -  ​​​ຕອນ​ເຊົ້າ​ວັນ​ທີ 5/1, ຢູ່​ຮ່າ​ໂນ​້ຍ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮູ່ງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ​ຕູ້ ແລະ ທ່ານ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ Heng Samrin, ຊຶ່ງພວມນຳ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ມາ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ​ຂອງ​ສະ​ພ​າ​ແຫ່ງ​ຊາດ ຫວຽດ​ນາມ.

        ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ແລະ ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ​ຕູ້ ກໍ່​ຢືນ​ຢັນ​ວ່າ: ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ຍາມ​ໃດ​ກໍ່​ຮ່ວມ​ມື​ກັນຢ່າງ​ແໜ້ນ​ແຟ້ນ, ມີ​ປະ​ສິດ​ທິ​ຜົນ, ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ ຫງວຽນ​ຊິງ​ຮູ່ງ ຢັ້ງ​ຢືນ​ວ່າ: ສະ​ພ​າ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ​ ພັດ​ທະ​ນາຢ່າງ​ແຮງ. ກ່ອນ​ອື່ນ​ໝົ​ດ, 2 ຝ່າຍ​ສຸມ​ໃສ່​ຊາບ​ຊຶມ ​ແລະ ຊີ້​ນຳ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​​ໃນ​ກາ​ນພົບ​ປະ​ຂັ້ນ​ສູງ​ປະຈຳ​ປີ​ລະຫວ່າງກົມ​ການ​ເມືອງ 2 ປະ​ເທດ​ໃນ​ເດືອນ 12/2015 ຢ່າງ​ມີ​ປະ​ສິດທິ​ຜົນ.

        ທີ່ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ Heng Samrin, ທ່ານ​ປະທານ​ສະພ​າ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ມີ​ຄວາມ​ຫວັງ​ຢາກ​ໃຫ້​ທ່ານ Heng Samrin ສືບ​ຕໍ່​ເອົາ​ໃຈ​ໃສ່, ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​​ໃນ​ບັນດາ​ຂົງ​ເຂດ​ຄື: ການສຶກສາ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງບົກ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ກຳປູ​ເຈຍ, ກໍ່​ຄື​ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ປະທານ​ສະພາ​ແຫ່ງ​ຊາດ 2 ປະ​ເທດ ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​​ແລກປ່ຽນ​ຄະນະ​ຜູ້​​ແທນ​ທຸກ​ຂັ້ນ, ຮ່ວມ​ມື​​ແບ່ງປັນ​ບົດຮຽນ​ໃນ​ການ​ສ້າ​ງກົດໝາຍ ​ແລະ ຕັ້ງ​ໜ້າ​ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ບົນ​ເວທີ​ສາກົນ.

                                      


ຂ່າວ/ບົດ​ອື່ນ