ປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກກັບການນຳແຂວງ ດ້ຽນບຽນ

ປະທານສະພາແຫ່ງຊາດຫງວຽນທິກິມເງິນ ເຮັດວຽກກັບການນຳແຂວງ ດ້ຽນບຽນ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເຮັດ​ວຽກ​ຢູ່​ແຂວງ ດ້ຽນ​ບຽນ

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 13/3, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ ດ້ຽນ​ບຽນ. ​ເຂົ້າ​ຮ່ວມ​ໃນ​ການ​ເຮັດ​ວຽກ​​ກໍ່​ຍັງມີ​ການ​ນຳ​ບາງ​ກະ​ຊວງ, ຂະ​ແໜງ​ການ, ອົງ​ການ​​ສຳ​ນັກ​ງານສູນ​ກາງ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຮຽກ​ຮ້ອງ​ໃຫ້​ແຂວງ ດ້ຽນ​ບຽນ ຂຸດ​ຄົ້ນ​​ທ່າ​ແຮງ​ຂອງບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ, ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ ເພື່ອ​ສ້າງ​ກຳ​ລັງ​ດຶງ​ດູດ​ສະ​ເພາະ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽວ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກິມ​ເງິນ ກ່າ​ວ​ວ່າ:

        “ດ້ຽນ​ບຽນ ມີ​ບັນ​ດາ​ຈຸດ​ທີ່​ຄ້າຍ​ຄື​ກັນ​ກັບ​ແຂວງ ລາຍ​ເຈົາ ຫຼື ບັນ​ດາ​ແຂວງ​ທາງ​ທິ​ດ​ຕ​າ​ເວັນ​ຕົກ​ພາກ​ເໜືອ, ແຕ່ ດ້ຽນ​ບຽນ ແມ່ນ​ສະ​ຖານ​ທີ່​ມີ​ທັດ​ສະ​ນີ​ຍະ​ພາບ, ເຂດ​ທ່ອງ​ທ່ຽວ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫ​ວັດ​ສາດ, ຊີ​ວະ​ພາບ ແລະ ເຕົ້າ​ໂຮມ​ບັນ​ດາ​ເຜົ່າ ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ນີ້​ແມ່ນ​ຈຸດ​ເພື່ອ​ຂຸດ​ຄົ້ນ​​ທ່າ​ແຮງ​ດ້ານການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ທີ່​ເໝາະ​ສົມ. ດັ່ງ​ນັ້ນ, ​ທາງແຂວງ​ຕ້ອງ​ຫັນຮູບ​ແບບ​ການ​ທ່ອງ​ທ່ຽວ​ເປັນຫຼາຍ​ຫຼາຍ​ສີ”

        ທີ່​ການ​ເຮັດ​ວຽກ, ທ່ານ ຫງວຽນ​ຊວນ​ເກື່ອງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ​ພັດ​ທະ​ນາຊົນ​ນະ​ບົດ ຖື​ວ່າ: ດ້ຽນ​ບຽນ ມີ​ທ່າ​ແຮງ​ພົ້ນ​ເດັ່ນຫຼາຍ​ຢ່າງ, ນັ້ນ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ ດ້ຽນ​ບຽນ​ຝູ, ທ່າ​ແຮງ​ກ່ຽວ​ກັບ​ການ​ຜະ​ລິດ​ກະ​ສິ​ກຳ. ທ່ານ ຫງວຽນ​ເທ໋​ກີ້, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຫວັງ​ວ່າ: ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ລົງ​ທຶນ​ບັນ​ດາ​ພາ​ຫະ​ນະ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຢ​ູ່​​ບັນ​ດາ​ໝູ່ບ້ານ. ເພື່ອ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ມາ ດ້ຽນ​ບຽນ ຫຼາຍ​ກ່​ວາ​ອີກ, ທ່ານ ຫງວຽນ​ເທ໋ກີ້, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຖື​ວ່າ:

        “ຫໍ​ພິ​ພິ​ທະ​ພັນ ດ້ຽນ​ບຽນ ແລະ ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ອື່ນໆ ບໍ່​ສາ​ມາດ​ສ່ອງ​ແສງ​​ຂອບຂະ​ໜາດ​ຂອງ​ໄຊ​ຊະ​ນະ ດ້ຽນ​ບຽນ​ຝ​ູ ໄດ້​ເທື່ອ. ຂ້າ​ພະ​ເຈົ້າ​ຄິດ​ວ່າ, ນີ້​ແມ່ນ​ສັນ​ຍາ​ລັກ​ບໍ່​ພຽງ​ແຕ່​ຂອງ ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສັນ​ຍາ​ລັກ​​ແຫ່ງໄຊ​ຊະ​ນະ​ຂອງມວນ​ມະ​ນຸດ, ໄຊ​ຊ​ະ​ນະ​ຕໍ່​ສິ່ງ​ຊົ່ວ​ຮ້າຍ ແລະ ຄວາມ​ຫວັງ​ເອ​ກະ​ລາດ​ເສ​ລີ​ພາບ. ແຂກ​ຕ່​າງ​ປະ​ເທດ​ມານີ້ກໍ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ສິ່ງນີ້. ຂ້າ​ພະ​ເຈົ້າ​ຖື​ວ່າ, ພວກ​ເຮົາ​ມີ​ຄວາ​ພະ​ຍາ​ຍາມ​ແຕ່ບໍ່​ທັນ​​ສົມ​ກັບ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ​ເທື່ອ.”

                                                            


ຂ່າວ/ບົດ​ອື່ນ