ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດຈີນແລະອົດສະຕາລີ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດຈີນແລະອົດສະຕາລີ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຫວຽດນາມ ຂູ​ງ​ແສວ​ຢູ໋ງ ແລະ ທ່ານ​ນາງ​ປະທານ​ສະພ​າ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ

(vovworld) – ກ່າວ​ຄຳ​ເຫັນທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈຳ ຫວຽດນາມ ຂູ​ງ​ແສວ​ຢູ໋ງ, ຕອນ​ບ່າຍ​ວັນ​ທີ 24/5, ທ່ານ​ນາງ​ປະທານ​ສະພ​າ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້ ຫວຽດນາມ ​ແລະ ຈີນ ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ສະ​ໜັບສະ​ໜູນ​ເຊິ່ງກັນ ​ແລະ ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ພາກ​ພື້ນ ​ແລະ ​ໂລກ. 2 ຝ່າຍ​ມີ​ບັນດາ​ມາດ​ຕະການ​ມີ​ປະສິດທິ​ຜົນ​​ໂດຍ​ໄວເພື່ອ​ປັບປຸງ​ດຸ່ນການ​ຄ້າ 2 ຝ່າຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ບັນດາ​ໂຄງການ​ຮ່ວມ​ມື​ທີ່​ມີ​ລະດັບ​ຄວາມ​ຄື​ບໜ້າຊັກ​ຊ້າ. ທ່ານ​ນາງ​ ຫງວຽນ​ທິກິ​ມ​ເງິ​ນ ສະ​ເໜີ​ໃຫ້​ທ່ານເອກ​ອັກຄະ​ລັດຖ​ະທູດ ຈີນ ​ເອົາ​ໃຈ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອ​ໃຫ້​ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ​ໄດ້​ສົ່ງອອກ​ໄປ ຈີນ ຢ່າງສະດວກ​ກ່ວາ…

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ຂູ​ງ​ແສວ​ຢູ໋ງ ຢັ້ງຢືນ​ວ່າ: ​ໄລຍະ​ຜ່ານ​ມາ, 2 ປະ​ເທດ​ມີ​ການ​ພັດທະນາ​ຢ່າງ​ຈະ​ແຈ້ງ, ວົງ​ເງິນ​ການ​ຄ້າຂອງ ຫວຽດນາມ - ຈີນ ບັນລຸ​ໝາກຜົນ​ພໍ​ສົມ​ຄວນ ​ແລະ ຫວຽດນາມ ກາຍ​ເປັນຄູ່​ຄ້າ​ອັນ​ດັບ​ໜຶ່ງ​ຂອງ ຈີນ ​ໃນ​ກຸ່ມ ອາ​ຊຽນ. ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວັງ​ວ່າ: 2 ຝ່າຍ​ຈະ​ສືບ​ຕໍ່​ຊຸກຍູ້​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ ຫງວຽນ​ທິກິມ​ເງິນ ​ໄດ້​ຕ້ອນຮັບ​ທ່ານ Hugh Borrowman, ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດສິ້ນ​ສຸດໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ບັນດາ​ການ​ຊ່ວຍ​ເຫຼືອ​ຂອງ ອົດ​ສະ​ຕາ​ລີ ຜ່ານ​ບັນດາ​ໂຄງການ ODA ຄື​ຂົວ ກາວແຫຼ​ງ ​ແລະ ຂົວ ໝີ້ທ້ວນ. ສ່ວນ​ທ່ານ Hugh Borrowman ຍອມຮັບ​ວ່າ ​ແງ່​ຫວັງ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຍັງ​ຫຼາຍ​ຢູ່, ພ້ອມ​ທັງ​ສະ​​ແດງ​ຄວາມ​ຫວັງ​ໃນ​ໄລຍະ​ຈະ​ມາ​ເຖິງ, ອົດ​ສະ​ຕາ​ລີ ຈະ​ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ ​ໃນ​ບັນດາ​ໂຄງການ​ຊ່ວຍ​ເຫຼືອ​ພັດທະນາ.

 


ຂ່າວ/ບົດ​ອື່ນ