ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດນິວຊີແລນແລະຟີລິບປິນ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດນິວຊີແລນແລະຟີລິບປິນ - ảnh 1
ທ່ານ ​ເອກ​ອັກຄະ​ລັດຖະທູ​ດ ຟີ​ລິບ​ປິນ Noel Servigon ແລະ ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ

(vovworld) – ​ ຕອນ​ບ່າຍ​ວັນ​ທີ 23/8, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ ນິວຊີ​ແລນ Haike Manning. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢັ້ງຢືນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ນິວຢີ​ແລນ ​ເປັນ​ສຳຄັນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຊື່ອ​ໝັ້ນ​ວ່າ: ບັນດາ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ຂັ້ນ​ສູງລະຫວ່າງ 2 ປະ​ເທດ​ຈະ​ສ້າງ​ກຳລັງ​ໜູນ​ໃໝ່, ນຳ​ການ​ພົວພັນ 2 ປະ​ເທດ​ສືບ​ຕໍ່​ພັດທະນາ​ຢ່າງ​ແຮງ, ​ເລິກ​ເຊິ່ງກ່ວາ​ໃນ​ໄລຍະ​ຈະ​ມາ​ເຖິງ.ທ່ານ​ນາງ ຫງວຽນ​ທິກິມ​ເງິນ ກໍ່​ສະ​ເຫນີ ນິວຊີ​ແລນ ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ສັນຍາ TPP, ສ້າງ​ຄວາມ​ສະດວກ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາ​ລະບຽບ​ການ​ເປີດປະຕູ​ຕະຫຼາດ​ສິນ​ຄ້າ, ພິ​ເສດ​ແມ່ນ​ສິນຄ້າ​ປະ​ເພດໝາກ​ໄມ້​ ຫວຽດນາມ ​ແລະ ຊຸກຍູ້​ນຳ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳຂອງ ຫວຽດນາມ ​​ໄປ​ຂາຍ​​ໃຫ້​ນິວຊີ​ແລນ…

        ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​​ທ່ານ ​ເອກ​ອັກຄະ​ລັດຖະທູ​ດ ຟີ​ລິບ​ປິນ Noel Servigon. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢັ້ງຢືນ​ວ່າ: ຫວຽດນາມ ຕີ​ລາຄາ​ສູງ ​ແລະ ຍາ​ມ​ໃດ​ກໍ່​ຈະຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ສະພາ​ແຫ່ງ​ຊາດ ຟີ​ລິບ​ປິນ, ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັກສາ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ​ໃນ​ອາ​ຊຽນ.

 


ຂ່າວ/ບົດ​ອື່ນ