ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບທ່ານປະທານາທິບໍດີObama

ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບທ່ານປະທານາທິບໍດີObama - ảnh 1
ທ່ານ Obama ແລະ ທ່ານນາງ ຫງວຽນທິກິມເງິນ ພົບປະຢູ່ເຮືອນຮ້ານຂອງລຸງໂຮ່
(ພາບ: TTXVN)

(vovworld) – ​ວັນ​ທີ 23/5, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ທີ່​ເຮືອນຮ້ານ​ຂອງ​ປະທານ ​ໂຮ່ຈີ​ມິນ. 2 ຝ່າຍ​ປາດ​ຖະໜາ​ວ່າການ​ພົວພັນ​ລະຫວ່າ​ງສະພາ​ແຫ່ງ​ຊາດ 2 ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ແທດ​ຈິງ​ໃຫ້​ແກ່ປະຊາຊົນ 2 ປະ​ເທດ ​ແລະ ປະກອບສ່ວນ​ຊຸກຍູ້​ການ​ພັດ​ທະ​ນາ​ລວມຂອງ​ການ​ພົວພັນ 2 ປະ​ເທດ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ມີ​ບັນດາ​ໂຄງການ​ໜູນ​ຊ່ວຍ ຫວຽດນາມ ຮັບ​ມື​ຢ່າງ​ມີ​ປະສິດທິ​ຜົນກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າອາ​ກາດ ​ແລະ ​ເພີ່​ມທຶນໜູນ​ຊ່ວຍຕື່ມ​ອີກ​ເພື່ອ​ໃຫ້ ຫວຽດນາມ ​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ພິ​ເສດ​ແມ່ນ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ກໍ່ໄດ້​​ເຊື້ອ​ເຊີ​ນທ່ານ​ປະທານາທິບໍດີ Barack Obama ຢ້ຽມຢາມ​ເຮືອ​ນຮ້ານ​ ​ແລະ ສະ​ລ້ຽງ​ປາ​ຂອງ​ລຸງ​​ໂຮ່.


ຂ່າວ/ບົດ​ອື່ນ