ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມສັນທະວະໄມຕີສ.ສະຫະພາບມຽນມາຢ່າງເປັນທາງການ

ປະທານສະພາແຫ່ງຊາດຫງວຽນທິກິມເງິນຢ້ຽມຢາມສັນທະວະໄມຕີສ.ສະຫະພາບມຽນມາຢ່າງເປັນທາງການ - ảnh 1
ທ່ານ​ນາງ​ປະ​ທານສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ 

(vovworld) - ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ​ສັນທະ​ວະ​ໄມ​ຕີ​ລາຊະ​ອານາຈັກ ກຳປູ​ເຈຍ ຢ່າງ​​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 28/9, ທ່ານ​ນາງ​ປະ​ທານສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​​ເດີນທາງຈາກ​ລາຊະອານາຈັກ ກຳປູ​ເຈຍ ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມ​ຕີ​ ສ.ສະຫະພາບ ​ມຽນມາ​ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.ສະຫະພາບ ​ມຽນມາ Ma Uyn Khai Than. ການ​ຢ້ຽມຢາມ​ເພື່ອ​ແນ​ໃສ່​ຢັ້ງຢືນ​ການ​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ ຫວຽດນາມ ​ແລະ ມຽນມາ ​ໃນ​ສະພາບ​ການ​ໃໝ່​ຢ່າງ​ແຮງ. ສະ​ແດງ​ໃຫ້​ເຫັນ​ຄວາ​ມຕັດສິນ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ​ປາດ​ຖະໜາ​ຢາກ​ປັບປຸງ, ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ລັດ, ປະຊາຊົນ 2 ປະ​ເທດ ຫວຽດນາມ - ມຽນມາ ​ເວົ້າ​ລວມ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ອົງການ​ນິຕິບັນຍັດ​ ຫວຽດນາມ - ມຽນມາ ​ເວົ້າ​ສະ​ເພາະ.

        ກໍ່​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຄັ້ງ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ ສະພາ​ແຫ່ງ​ຊາດ ຫວຽດນາມ ​​ໂດຍທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ນຳ​ໜ້າ, ​ເຂົ້າຮ່ວມ​ກອງ​ປະຊຸມ​ສະມັດຊາ​​ລັດຖະສະພາລະຫວ່າງ​ຊາດ​ ອາ​ຊຽນ ຄັ້ງ​ທີ 37 (AIPA 37) ຊຶ່ງຈັດ​ຂຶ້ນ​ໃນ​ວັນ​ທີ 29/9 – 3/10 ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ ມຽນມາ.


ຂ່າວ/ບົດ​ອື່ນ