ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ວ່າການນະຄອນ Saint Peterburg

ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ວ່າການນະຄອນ Saint Peterburg - ảnh 1
ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ
​ພົບ​ປະ​ກັບ​ຜູ້​ວ່າການ​ນະຄອນ ​Saint Peterburg
(ພາບ: CP)


(vovworld) -     ຕອນ​ບ່າຍ​ວັນ​ທີ 09/03, ​ໃນ​ຂອບ​ເຂດຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ​ຄະນະ​ຜູ້​ແທນ​ຂັ້ນ​ສູງຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ໄປ​ຮອດ​ນະຄອນ Saint Peterburg ກຸ່ງ​ເກົ່າ​ຂອງ ສະຫະພັນ​ລັດ​ເຊຍ. ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ວ່າການ​ນະຄອນ ​Saint Peterburg ທ່ານ Igor Divinsky ຢູ່​ຫວັງ ສມົນ​ນິວ. ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ: ລັດ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​​ໃນນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ. ​ເລື່ອງ 2 ຝ່າຍ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ສູ່​ລະດັບ​ຍຸດ​ທະ​ສາດ​ຮອບດ້ານ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຖື​​ເປັນ​ສຳຄັນທີ່​ຕັ້ງ​ບົດບາດ​​ ແລະ ການ​ພົວພັນ​ລະຫວ່າ​ງ 2 ປະ​ເທດ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພັດທະນາ​ການ​ພົວພັນ 2 ຝ່າຍ​ໃນ​ໄລຍະ​​ໃໝ່. ບົນ​ພື້ນຖາ​ນການ​ພົວພັນ​ອັນ​ດີງາມ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ເໜີ​ວ່າ ນະຄອນ Saint Peterburg ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ທຸກ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ​​ເຊິ່ງກ່ຽວຂ້ອງ​ເຖິງ​ສິດ​ປົກ​ປ້ອງ, ​ເສີມ​ຂະຫຍາຍ​ບັນດາ​ຄຸນ​ຄ່າ​ວັດທະນະທຳ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົມຊ້ອນ​ດ້ານ​ການທ່ອງທ່ຽວ.

        ສ່ວນ​ຜູ້​ວ່າການ​ນະຄອນ ​Saint Peterburg ທ່ານ Igor Divinsky ​ເນັ້ນ​ໜັກ​ເຖິງ​ບົດບາດ​ຂອງ​ຫວຽດນາມ ​ໃນ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ລັດ​ເຊຍ, ກໍ​ຄື​ຂອງ​ນະ​ຄອນ ​Saint Peterburg ​ແລະ ຢືນຢັນ​ວ່າ: ຍາມ​ໃດນະ​ຄອນ ​Saint Peterburg ກໍ​ຖື​ການ​ຊຸກຍູ້, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ບັນດາ​ຂົງ​ເຂດ​ຮ່ວມ​ມື​ກັບ​ທ້​​ອງຖິ່ນ​ຕ່າງໆ​ຢູ່​ຫວຽດນາມ ​ເປັນ​ສຳຄັນ ​ເພື່ອ​ພ້ອມ​ກັນ​ພັດທະນາ. ທ່ານ Igor Divinsky ກໍ​ໃຫ້​ຮູ້​ວ່າ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ພວມ​ທຳ​ມາ​ຫາ​ກິນ​ຢູ່​ນິ້, ​ໃນ​ນັ້ນ​ມີ​ເລື່ອງ​ເປີດ​ກວ້າງ​ສູນ​ສອນ​ພາສາ​ຫວຽດນາມ ​​ໃຫ້​ແກ່​ຊາວ​ຫວຽດນາມ ອາ​ໄສ​ຢູ່ Saint Peterburg.

ຂ່າວ/ບົດ​ອື່ນ