ປະທານສະພາແຫ່ງຊາດຫວຽດນາມ ພົບປະສັງສັນກັບຜູ້ແທນດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນໜ້ອຍ

(VOVWORLD) - ຕອນບ່າຍວັນທີ 03 ທັນວາ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະສັງສັນກັບຜູ້ແທນດີເດັ່ນບັນດາຊົນເຜົ່າສ່ວນໜ້ອຍ 100 ຄົນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນໜ້ອຍທົ່ວປະເທດຄັ້ງທີ 2 ປີ 2020, ນີ້ແມ່ນບັນດາຜູ້ແທນດີເລີດຂອງ 54 ຊົນເຜົ່າ.
ປະທານສະພາແຫ່ງຊາດຫວຽດນາມ ພົບປະສັງສັນກັບຜູ້ແທນດີເດັ່ນເຂົ້າຮ່ວມກອງປະຊຸມໃຫຍ່ຊົນເຜົ່າສ່ວນໜ້ອຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະສັງສັນກັບຜູ້ແທນດີເດັ່ນບັນດາຊົນເຜົ່າສ່ວນໜ້ອຍ (ພາບ: TTXVN)

        ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ບັນດາຜູ້ແທນດີເດັ່ນ ເປັນແກ່ນສານຕັ້ງໜ້າແຜ່ຂະຫຍາຍ, ສ້າງແຫຼ່ງບັນດານໃຈ ເພື່ອສ້າງຄວາມສາມັກຄີບັນດາຊົນເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ ແລະ ມີຄວາມໝັ້ນຄົງເຂັ້ມແຂງກ່ວາ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດກ່ຽວກັບວຽກງານຊົນເຜົ່າ ແມ່ນບັນຫາຍຸດທະສາດພື້ນຖານ, ຍາວນານ; ແມ່ນໜ້າທີ່ຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ຂອງທັງລະບົບການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ