ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຮັດວຽກຢູ່ຕາແສງ ເຕີນຈ່າວ, ຕວຽນກວາງ

ປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເຮັດວຽກຢູ່ຕາແສງ ເຕີນຈ່າວ, ຕວຽນກວາງ - ảnh 1
(ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ)
(vovworld) - ຕອນ​ເຊົ້າ​ວັນ​ທີ 29/03, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ກວດກາ​ໂຄງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ ເຕີນ​ຈ່າວ, ​ເມືອງ​ເຊີນ​ເຢືອງ, ​ແຂວງຕວຽນ​ກວາງ. ​ເມື່ອ​ພົບ​ປະ​ກັບ​ພໍ​່ແມ່​ປະຊາຊົນຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ​ເຕີນ​ຈ່າວ​, ພ້ອມ​ກັບ​ຜູ້​ຕ່າງ​ໜ້າການ​ນຳ​ເມືອງ ​ເຊີນ​ເຢືອງ ​ແລະ ​ແຂວງ ຕວຽນ​ກວາງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ສະ​ເໜີ​ໃຫ້​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​​ແຂວງ ຕວຽນ​ກວາງ ທຸກ​ຂັ້ນ ​ແລະ ພໍ່​ແມ່​ປະຊາຊົນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕາ​ແສງ​ເຕີນ​ຈ່າວ ຄວນ​ມານະ​ພະຍາຍາມ​ເປັນ​ເຈົ້າ​ການ​ບືນຕົວ​ຂຶ້ນ​ເພື່ອ​ພັດທະນາ​ເສດຖະກິດ, ສັງຄົມ ຍົກ​ສູງ​ຊີ​ວິການ​ເປັນ​ຢູ່, ວັດທະນະທຳ​ຢູ່​ຮາກ​ຖານ. ກອນ​ອື່ນ​ໝົດ, ຕ້ອງ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທາງ​ຄົມມະນາຄົມ​ເຂດ​ຊົນນະ​ບົດ ​ເພື່ອ​ການໄປມາ​ຢ່າງ​ສະ​ກວດ​ສະບາຍ, ພັດທະນາ​ເສດຖະກິດ, ຮໍ່າຮຽນ ​ແລະ ​ແລກ​ປ່ຽນ​ດ້ານ​ການ​ຄ້າ, ການ​ບໍລິການ. ພິ​ເສດ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິການ​ເປັນ​ຢູ່, ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ເຂດບັນດາ​ເຜົ່າ​ສ່ວນ​ນ້ອຍ, ລົບ​ລ້າງ​ຮີດຄອງ​ປະ​ເພນີ​ທີ່​ຫຼ້າຫຼັງ.
        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະ​ນະ​ປະຕິບັດ​ງານ​ຂອງ​ສະພາ​ແຫ່ງ​ຊາດ ກໍ​ໄປ​ຖະວາຍ​ທູບ​ທຽນ​ຢູ່​​ເຮືອນ​ຕູບ ນ່າ​ເລື່ອ - ບ່ອນ​ທີ່​ປະທານ​ໂຮ່ຈິ​ມິນ ​ເຄີຍ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ, ຢ້ຽມຢາມ​ສາລາ ​ເຕີນ​ຈ່າວ ຂຶ້ນ​ກັບ​ເຂດ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ​ເຕີນ​ຈ່າວ (​ເມືອງ​ເຊີນ​ເຢືອງ), ຢ້ຽມຢາມ ​ແລະ ​ມອບ​ຂອງຂວັນ​ໃຫ້​ບາງ​ຄອບຄົວ​ທີ່​ມີ​ຄຸ​ນງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ ​ແລະ ​ໄປ​ຢ້ຽມຢາມ​ໂຮງຮຽນປະຖົມ ​ແລະ ​ໂຮງຮຽນ​ມັດທະຍົມ​ຕອນ​ຕົ້ນ ​ເລ​ວັນ​ຮ້ຽວ, ​ເມືອງ​ເຊີນ​ເຢືອງ.
ຂ່າວ/ບົດ​ອື່ນ