ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ທະ​ຫານ​ເຂດ 4

(VOVWORLD) -ຕອນເຊົ້າວັນທີ 1 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບທະຫານເຂດ 4; ຢ້ຽມຢາມບັນດາຄອບຄົວທີ່ຖືກຜົນເສຍຫາຍໃນໄລຍະເກີດພາຍຸ, ຝົນຕົກນ້ຳຖ້ວມຜ່ານມາ.
ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ທະ​ຫານ​ເຂດ 4 - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
 ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ທະຫານເຂດ 4 ສືບຕໍ່ສ້າງກຳລັງປະກອບອາວຸດຂອງເຂດໃຫ້ໝັ້ນຄົງເຂັ້ມແຂງຢ່າງຮອບດ້ານຕາມທິດນຳທີ່ວ່າ ກະທັດລັດ, ທັນສະໄໝ, ເຂັ້ມແຂງ, ເຄື່ອນທີ່ໄວ, ມີລັກສະນະກຽມພ້ອມສູ້ຮົບສູງ; ຕໍ່ສູ້ຄືນບັນດາທັດສະນະທີ່ຜິດພາດຂອງພວກປະຕິການ, ບັນດາກຳລັງເປັນປໍລະປັກ ຢ່າງມີປະສິດທິຜົນ.  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ:

        “ພະນັກງານ, ນັກຮົບທະຫານເຂດ 4 ຕ້ອງເພີ່ມທະວີວຽກງານກຳແໜ້ນ, ຄົ້ນຄວ້າ, ຕີລາຄາ ແລະ ຄາດຄະເນບັນດາກໍລະນີທີ່ສັບສົນອາດຈະເກີດຂຶ້ນ. ຄົ້ນພົບບັນດາກົນອຸບາຍ, ການເຄື່ອນໄຫວມ້າງທຳລາຍຂອງບັນດາກຳລັງເປັນປໍລະປັກ, ພວກປະຕິການໄດ້ຢ່າງທັນການ ເພື່ອເປັນເຈົ້າການວາງອອກວິທີການຮັບມື, ສະກັດກັ້ນ ເພື່ອປົກປັກຮັກສາເຂດນ້ຳແດນດິນຂອງປະເທດຊາດ.”

        ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຢ້ຽມຢາມບັນດາຄອບຄົວທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຈາກພາຍຸ, ນ້ຳຖ້ວມ ແລະ ໄປຖະຫວາຍທູບທຽນ ຢູ່ເຂດປູຊະນີຍະສະຖານ ກິມລຽນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ