ປະ​ທານ​ສະ​ພາ​ແຫ່ງຊາດຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ ໂຮງ​ງານ Z111

(VOVWORLD) -ຕອນເຊົ້າວັນທີ 19 ມີນາ, ຢູ່ແຂວງແທັງຮວາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 65 ປີແຫ່ງວັນມູນເຊື້ອໂຮງງານ Z111 (19 ມີນາ 1957 – 19 ມີນາ 2022).

ປະ​ທານ​ສະ​ພາ​ແຫ່ງຊາດຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 65 ປີ​ແຫ່ງວັນ​ມູນ​ເຊື້ອ ໂຮງ​ງານ Z111 - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມອບຫຼຽນກາປົກປັກຮັກສາປະເທດຊາດຊັ້ນໜຶ່ງ ໃຫ້ໝູ່ຄະນະໂຮງງານ Z111 (ພາບ: TTXVN)

ປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເນັ້ນໜັກວ່າ ໂຮງງານ Z111 ຄວນຄົ້ນຄ້ວາກໍ່ສ້າງສູນປ່ຽນແປງໃໝ່ປະດິດຄິດສ້າງ ເພື່ອແນໃສ່ສ້າງບາດກ້າວບຸກທະລຸໃນການຄົ້ນຄ້ວາ, ນຳໃຊ້ວິທະຍາສາດເຕັກນິກການທະຫານ, ຊຸກຍູ້ການພັດທະນາອຸດສາຫະກຳປ້ອງກັນຊາດ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ໃສ່ໃຈວ່າ ກຸ່ມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ ໄດ້ສຸມໃສ່ຄົ້ນຄ້ວາກໍ່ສ້າງ ແລະ ພັດທະນາອຸດສາຫະກຳປ້ອງກັນຊາດ. ກຳນົດໜ້າທີ່ກໍ່ສ້າງ ແລະ ພັດທະນາອຸດສາຫະກຳປ້ອງກັນຊາດເປັນໂຄງການເປົ້າໝາຍແຫ່ງຊາດ. ທ່ານກ່າວວ່າ:

ບັນດາກະຊວງ, ຂະແໜງການຂັ້ນສູນກາງຄວນເອົາໃຈໃສ່ເປັນພິເສດ, ສ້າງເງື່ອນໄຂຊ່ວຍໃຫ້ກອງທັບຜັນຂະຫຍາຍໜ້າທີ່ພັດທະນາອຸດສາຫະກຳປ້ອງກັນຊາດຕາມທິດເປັນເຈົ້າການ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຜະລິດອຸປະກອນນຳໃຊ້ທັງ 2 ຢ່າງ, ທັນສະໄໝ. ເພື່ອປະຕິບັດເປົ້າໝາຍກໍ່ສ້າງອຸດສາຫະກຳປ້ອງກັນຊາດໃຫ້ທັນສະໄໝນັ້ນ, ຕ້ອງຕັ້ງໜ້າ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການນຳໃຊ້ຜົນງານທາງດ້ານວິທະຍາສາດ ເຕັກໂນໂລຢີ, ວິທະຍາສາດເຕັກນິກການປ້ອງກັນຊາດ.

        ຕາງໜ້າການນຳພັກ, ລັດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມອບຫຼຽນກາປົກປັກຮັກສາປະເທດຊາດຊັ້ນໜຶ່ງ ໃຫ້ໝູ່ຄະນະໂຮງງານ Z111.

ຕອບກັບ

ຂ່າວ/ບົດ​ອື່ນ