ປະທານສະພາແຫ່ງຊາດຫວຽດນາມ ໂອ້ລົມກັບຄູອາຈານສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

ປະທານສະພາແຫ່ງຊາດຫວຽດນາມ ໂອ້ລົມກັບຄູອາຈານສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ - ảnh 1
ທ່ານ​ນາງ​ ຫງວຽນ​ທິກີ​ມ​ເງິນ ​ໂອ້​ລົມ​ກັບ​ບັນ​ດາ​ພະນັກ​ງານຄຸ້ມ​ຄອງ,
 ຄູ​ອາ​ຈານ ​ແລະ ນັກ​ຄົ້ນຄວ້າ​ວິທະຍາສາດ​ປີ 2017
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/02, ຢູ່​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ມີ​ການ​ໂອ້​ລົມ​ກັບ​ບັນ​ດາ​ພະນັກ​ງານຄຸ້ມ​ຄອງ, ຄູ​ອາ​ຈານ ​ແລະ ນັກ​ຄົ້ນຄວ້າ​ວິທະຍາສາດ​ປີ 2017 ກ່ຽວ​ກັບ​ລັດຖະທຳ​ມະນູນປີ 2013 ​ແລະ ບັນດາ​ຈຸດ​ໃໝ່​ໃນ​ການ​ສ້າງລັດ​ແຫ່ງ​ກົດໝາຍ​ສັງຄົມ​ນິຍົມ​ຢູ່ ຫວຽດນາມ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ກັບ​ສະພາ​ແຫ່ງ​ຊາດ​ດ້ວຍ​ວິທີແຕ່​ລະ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ແຫ່ງ​ຊາດ​ຈະ​ມີ​ບາງ​ພະນັກ​ງານຄູ​ອາຈານຂອງສະ​ຖາ​ບັນ​​ເຂົ້າ​ຮ່ວມຈຳນວນ​ໜຶ່ງ. ດັ່ງ​ນັ້ນ ນອກຈາກ​ການ​ຄົ້ນຄວ້າ​ທິດ​ສະ​ດີ​ແລ້ວ ບັນດາ​ຄຳ​ຄິດຄຳ​ເຫັນຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ທີ່​ໂຕ້​ເວທີ​ຢູ່ສະພາ​ແຫ່ງ​ຊາດ ຈະ​ປະກອບສ່ວນ​ເພີ່ມ​ພາກພຶດຕິ​ກຳ​ຕົວ​ຈິງ ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ສິດສອນ​ໃຫ້​ແກ່​ບັນດາ​ຄູ​ອາຈານ.

        ທີ່​ການ​ໂອ້​ລົມ, ທ່ານ​ນາງ​ປະທານ​ສະພາ​ແຫ່ງຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້ສະຫລຸບຫຍໍ້​ບັນດາຈຸ​ດ ສັງ​ລວມກ່ຽວ​ກັບ​ລັດຖະທຳ​ມະນູນປີ 2013, ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ແລະ ບັນ​ດາ​ກຳນົດ​ທິດ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ ​ເຊິ່ງ​​ລັດຖະທຳ​ມະນູນ​ກຳນົດ​ໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ