ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານສົມພັນແພງຄຳມີຮອງປະທານສະພາແຫ່ງຊາດລາວ

ປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານສົມພັນແພງຄຳມີຮອງປະທານສະພາແຫ່ງຊາດລາວ - ảnh 1
(ທ່ານ​ນາງປະທານສະພາແຫ່ງຊາດຫວຽດນາມ
ຕ້ອນຮັບຮອງປະທານສະພາແຫ່ງຊາດລາວ)

(vovworld) - ​ ​ກ່າວ​ຄວາມ​ເຫັນ ​ທີ່​ການ​ຕ້ອ​ນ​ຮັບ ​ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄດ້ດຳ​ເນີນ​ໃນ​ຕອນ​ເຊົ້າ​ ວັນ​ທີ 15/8, ຢູ່​ຮ່າ​ໂນ້ຍ, ທ່ານ ນາງ ຫງວຽນ​ທິ​ກີມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຢື​ນ​ຢັນ​ວ່າ: ຫວຽດ​ນາມ​ຢາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ສະ​ຫງວນບຸ​ລິ​ມະ​ສິດ​ສູງ​ສຸດ ໃຫ້ແກ່​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ຫວຽດ​ນາມ-ລາວ , ຖືນ​ີ້​ເປັນ​ຊັບ​ສິນ​ອັນ​ລ້ຳ​ຄ່າ, ​ປັດ​ໃຈ​ທີ່​ສຳ​ຄັນ ​ສຳ​ລັບ​ພາ​ລະ​ກິດ​ການ​ປະ​ຕິ​ວັດ ​ຂອງ​ສອງ​ຊາດ ​ຫວຽດ-ລາວ. ທ່ານ ປະ​ທານ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ:  ​ທ່ານຈະ​ເຂົ້າ​ຮ່ວມ 2 ​ເຫດ​ການ​ໃຫຍ່ ທີ່​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຈັດ​ຕັ້ງ​ ເພື່ອ​ແນ​ໃສ່​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕ​ັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ຄົບ​ຮອບ 55 ປີ ຂອງສອງ​ປະ​ເທດຄື: ກອງ​ປະ​ຊຸມ​ສຳ​ມະ​ນາ​ ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ-ລາວ ແລະ ພິ​ທີ​ເປີດ​ສະຫຼອງ​ປູ​ສະ​ນີ​ຍະ​ຖານປະ​ຫວັດ​ສາດ ລາວ-ຫວຽດ​ ທີ່​ໄດ້​ລົງ​ມືກໍ່​ສ້າງ ຢູ່ ບ້ານ​ລາວ​ໂຄ, ຕາ​ແສງ​ພຽງ​ຄ່ວາຍ, ເມືອງອຽນ​ເຈົາ, ແຂວງ​ເຊີນ​ລາ.

        ສ່ວນ ທ່ານ ສົມ​ພັນ ແພງ​ຄຳ​ມີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຖື​ວ່າ: ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ໄດ້​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປະ​ເທດ; ສະ​ໜັບ​ສະ​ໜູນ​ການ​ຈັດ​ຕັ້ງ​ ໃຫ້​ແກ່​ພະ​ນັກ​ງານ, ປະ​ຊາ​ຊົນ​ລາວ, ເປັນ​ຕົ້ນ​ແມ່ນ​ຊາວ​ໜຸ່ມເຍົາ​ວະ​ຊົນມາ​ຢ້ຽມ​ຢາມ, ຊອກ​ຮູ້​ບັນ​ດາ​ປູ​ສະ​ນິີຍະ​ຖານປະ​ຕິ​ວັດ​ລາວ ຢູ່ ຫວຽດ​ນາມ, ຈາກ​ນັ້ນ​ໄດ້​ເຮັດ​ໃຫ້ມີ​ຄວາມ​ເຂົ້າ​ໃຈ​ເລິກ​ເຊິ່ງກວ່າ ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ປະ​ຕິ​ວັດ​ລາວ ແລະ ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ.

ຂ່າວ/ບົດ​ອື່ນ