ປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳມຽນມາ

ປະທານສະພາແຫ່ງຊາດຫວຽດນາມຢ້ຽມຢາມສະຖານທູດຫວຽດນາມປະຈຳມຽນມາ - ảnh 1
(ພາບປະກອບ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ສາທາລະນະ​ລັດ​ສະຫະພາບ​ມຽນມາ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 1/10, ທ່ານ​ນາງ ປະທານ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ​ ​ແລະ ຊາວ​ຫວຽດນາມ​ອາ​ໄສ​ຢູ່ ມຽນມາ. ທີ່​ການ​ພົບ​ປະ, ທ່ານ​ນາງ ປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ, ພັກ, ລັດ ​ແລະ ສະພາ​ແຫ່ງ​ຊາດ​ຍາມ​ໃດ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່, ສະໜັບສະໜູນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ອົງການ​ຕາງໜ້າ ຫວຽດນາມ ຢູ່​ຕ່າງປະ​ເທດ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ, ປະກອບສ່ວນ​ຮັບ​ໃຊ້​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ, ພັດທະນາ​ປະ​ເທດ. ທ່ານ​ນາງປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ທິກິມ​ເງິນ ກໍ່​ຕີ​ລາຄາ​ສູງ​ປະຊາ​ຄົມ​ຊາວ ຫວຽດນາມ​ຢູ່ ມຽນມາ ມີ​ມູນ​ເຊື້ອ​ຮັກ​ຊາດ, ຍາມ​ໃດ​ກໍ່​ມຸ່ງ​ຫາ​ປະ​ເທດ, ອອກ​ແຮງ​ງານ​ຢ່າງ​ດຸ​ໝັ່ນ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ການ​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ມຽນມາ ​ກໍ່​ຄື​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ - ມຽນມາ.
ຂ່າວ/ບົດ​ອື່ນ