ປະທານສະພາແຫ່ງຊາດຫວຽດນາມວາງພວງມາລາໄວ້ອາໄລຢູ່ອະນຸສາວະລີMahatmaGandhiRajghat

ປະທານສະພາແຫ່ງຊາດຫວຽດນາມວາງພວງມາລາໄວ້ອາໄລຢູ່ອະນຸສາວະລີMahatmaGandhiRajghat - ảnh 1
ທ່ານ​ນາງ​ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​
​ວາງ​ພວງມາລາ​ໄວ້ອາ​ໄລ​ຢູ່​ອະນຸສາວະລີ Mahatma Gandhi Rajghat

(vovworld) - ຕອນ​ເຊົ້າ​ວັນ​ທີ 09/12 ຢູ່ ອິນ​ເດຍ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກີ​ມ​ເງິນ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​​ໄດ້​ວາງ​ພວງມາລາ​ໄວ້ອາ​ໄລ​ຢູ່​ອະນຸສາວະລີ Mahatma Gandhi Rajghat. ທີ່​ ອະນຸສາວະລີ Mahatma Gandhi Rajghat ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​​ໄດ້​ຂຽນ​​ໃນ​ປຶ້ມ​ບັນ​ທຶກ: “ປະຊາຊົນ ຫວຽດນາມ ນິຍົ​ມນັບຖືພາ​ລະ​ກິດ​ຍິ່ງ​ໃຫຍ່​ຂອງ Mahatma Gandhi Rajghat, ການ​ນຳທີ່​ດີ​ເລີດ​ຂອງ​ປະຊາຊົນ ອິນ​ເດຍ, ນັກຮົບ​ທີ່ອົງ​ອາດກ້າຫານ​ຕໍ່ສູ້​ໃຫ້​ຂະ​ບວນການ​ປົດ​ປ່ອຍ​ຊາດ​ໃນ​ໂລກ. ອຸດົມ​ຄະຕິ, ​ແນວ​ຄວາມ​ຄິດ ​ແລະ ຈິດ​ວິນ​ຍານ​ຂອງ​ເພີ່ນ ​ແມ່ນ​ສັນຍາ​ລັກທີ່​ຍືນ​ຍົງ​ຄົງ​ຕົວ ​ແລະ ​ແມ່ນ​ແຫຼ່ງອາລົ​ມ​ໃຫ້​ປະຊາຊົນ ອິນ​ເດຍ, ຫວຽດນາມ ກໍ​ຄື​ປະຊາຊົນ​ໃນ​ທົ່ວ​ໂລກ”.

ຂ່າວ/ບົດ​ອື່ນ