ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສຸດຍອດຂອງບັນດາປະທານສະພາແຫ່ງຊາດຍິງສາກົນຄັ້ງທີ11

ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມກອງປະຊຸມຂັ້ນສຸດຍອດຂອງບັນດາປະທານສະພາແຫ່ງຊາດຍິງສາກົນຄັ້ງທີ11 - ảnh 1
ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງີນ
ໄດ້ມາ​​ຮອດສະ​ໜາມບິນ Abu Dhabi, UAE

(vovworld) - ໂດຍຮັບ​ຄຳ​ເຊີນ ຂອງ ທ່ານປະ​ທານ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ (IPU) Saber Chowdhury ແລະ ທ່ານ​ນາງປະ​ທານ​ສະ​ພາ​ສະ​ຫະ​ລັດ​ອາ​ຣັບ​ເອມ​ມີ​ເລັດ (UAE) Amal Al Qubaisi, ເວ​​ລາ 18 ໂມງ 55 ນາ​ທີ (ເວ​​ລາ​ທ້ອງ​ຖີ່ນ)ວັນ​ທີ 11/12, ຄະ​ນະ​ຜູ້​ແທ​ນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໂດຍ ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງີນ ນຳ​ໜ້າໄດ້ມາ​​ຮອດສະ​ໜາມບິນ Abu Dhabi, UAE ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ຂັ້ນ​ສຸດຍອດ ຂອງ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດຍິງສາ​ກົນ ຄັ້ງ​ທີ 11.

        ກອງ​ປະ​ຊຸມ​ຂັ້ນ​ສຸດຍອດ ຂອງ​ບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດຍິງສາ​ກົນ ຄັ້ງ​ທີ 11 ໄຂຂຶ້ນ ໃນ​ວັນ​ທີ 12/12. ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ຫງວຽນ​ທິ​ກິມ​ເງີນ ເຂົ້າ​ຮ່ວມວາ​ລະ​ໄຂ​, ກອງປະຊຸມຄົບຄະນະ, ​ການ​ພົບ​ປະສອງ​ຝ່າຍ ແລະ ບັນ​ດາ ວາລະປະຊຸມຂອງ ກອງ​ປະ​ຊຸມ. ​ດ້ວຍ​ຫົວ​​ຂໍ້​ວ່າ “ສາ​ມັກ​ຄີ​ເພື່ອ​ກຳ​ນົດອານາຄົດ”, ນີ້​ແມ່ນກາ​ລະ​ໂອ​ກາດ​ເພື່ອ​ໃຫ້ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຍິງລະ​ດົມ​​ກຳ​ລັງແຮງ​​ແຫ່ງ​ຄວາມສາ​ມັກ​ຄີ, ​ຄວາມມາ​ນະ​ພະ​ຍາ​ຍາມ​​ພ້ອມ​ກັນ​ແບ່ງ​​ປັນບົດ​ຮຽນ, ພ້ອມ​ທັງ​ສ້າງ​ຕັ້ງ, ເປີດ​ກ້​ວາງ​ເຄືອ​ຂ່າຍ​ການ​ຮ່ວມ​ມື​​ສາ​ກົນ. ກອງ​ປະ​ຊຸມ​ຂັ້ນ​ສຸດຍອດຂອງ​ບັນ​ດາປະ​ທານ​ສະ​ພາ​ແຫ່ງ​ຊາດຍິງ ສາ​ກົນ ຄັ້ງ​ທີ 11 ຈະ​ອັດ​ລົງ​ໃນ​ວັນ​ທີ 14/12.

 

 

ຂ່າວ/ບົດ​ອື່ນ