ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມພິທີເປີດກອງປະຊຸມສະພາປະຊາຊົນຊຸດທີ IX, ນະຄອນເກີ່ນເທີ

(VOVWORLD) - ຕອນເຊົ້າວັນທີ 5 ທັນວາ, ຢູ່ນະຄອນເກີ່ນເທີ, ໄດ້ເປີດກອງປະຊຸມສະພາປະຊາຊົນນະຄອນເກີ່ນເທີ ຄັ້ງທີ 7, ຊຸດທີ IX ອາຍຸການ 2016 – 2021.
ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມພິທີເປີດກອງປະຊຸມສະພາປະຊາຊົນຊຸດທີ IX, ນະຄອນເກີ່ນເທີ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິ້ກີມເງິນ  

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີເປີດ, ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິ້ກີມເງິນ ສະເໜີໃຫ້ນະຄອນສຸມໃສ່ກໍ່ສ້າງ ແລະ ປັບປຸງລະບອບການເມືອງ, ເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ.

        ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິ້ກີມເງິນ ກ່າວວ່າ: “ຜ່ານຂັ້ນຕອນປຶກສາຫາລື, ຕັດສິນ, ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາຜູ້ແທນຈະເອົາໃຈໃສ່ເຖິງບັນດາກຸ່ມມາດຕະການດຶງດູດການລົງທຶນ ແລະ ພັດທະນານະຄອນຕາມທິດຕົວເມືອງທັນສະໄໝ, ບັນດານະໂຍບາຍສຳລັບຄົນທີ່ມີລາຍຮັບຕ່ຳ, ບັນດານະໂຍບາຍກ່ຽວກັບການຫັນປ່ຽນການຜະລິດ, ແກ້ໄຂວຽກເຮັດງານທຳ, ບັນດາບັນຫາກ່ຽວຂ້ອງເຖິງການກຳຈັດສິ່ງເສດເຫຼືອ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕແບບຍືນຍົງ… ຮັບປະກັນການຂຸດຄົ້ນ, ເສີມຂະຫຍາຍທຸກໆແຫຼ່ງກຳລັງ ເພື່ອກໍ່ສ້າງນະຄອນ ເກີ່ນເທີ ໃຫ້ກາຍເປັນຕົວເມືອງໃຫຍ່, ມີບົດບາດເປັນສູນກຳລັງໜູນພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ”.

ປະທານສະພາແຫ່ງຊາດຫວຽດນາມເຂົ້າຮ່ວມພິທີເປີດກອງປະຊຸມສະພາປະຊາຊົນຊຸດທີ IX, ນະຄອນເກີ່ນເທີ - ảnh 2

ທ່ານນາງປະທານສະພາແຫ່ງຊາດຫງວຽນທິ້ກີມເງິນ ເຂົ້າຮ່ວມພິທີເປີດກອງປະຊຸມສະພາປະຊາຊົນ ຊຸດທີ IX, ນະຄອນເກີ່ນເທີ

        ບ່ອນບ່າຍວັນດຽວກັນ, ທ່ານ ນາງ ປະທານສະພາແຫ່ງຊາດ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ຢູ່ເມືອງຟອງດ່ຽນ, ນະຄອນເກີ່ນເທີ

ຕອບກັບ

ຂ່າວ/ບົດ​ອື່ນ