ປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາປຶກສາການເມືອງ ປະຊາຊົນຈີນອີເຈີ້ງເສິ່ງ

ປະທານສະພາແຫ່ງຊາດຫວຽດນາມເຈລະຈາກັບປະທານສະພາປຶກສາການເມືອງ ປະຊາຊົນຈີນອີເຈີ້ງເສິ່ງ - ảnh 1
(ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ແລະ
ທ່ານປະທານສະພາປຶກສາ​ການ​ເມືອງ ​ປະຊາຊົນ​ຈີນ ອີ​ເຈີ້​ງ​ເສິ່ງ)

(vovworld) - ວັນທີ 24/12, ຢູ່​ສຳນັກງານ ປະທານສະພາປຶກສາ​ການ​ເມືອງ ​ປະຊາຊົນ​ຈີນ, ທີ່​ນະຄອນຫຼວງ​ປັກ​ກິ​ງ, ທ່ານປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ​ເຈລະຈາ​ກັບ​ກຳມະການ, ຜູ້​ປະຈຳການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານສະພາປຶກສາ​ການ​ເມືອງ ​ປະຊາຊົນ​ຈີນ ອີ​ເຈີ້​ງ​ເສິ່ງ

ທີ່​ການ​ພົບ​ປະ​ເຈລະຈາ, ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາຖະໜາ​ວ່າ, ທ່ານ ອີ​ເຈີ້​ງ​ເສິ່ງ ​ແລະ ສະພາປຶກສາ​ການ​ເມືອງ ​ປະຊາຊົນ​ຈີນ ຈະ​ສະໜັບສະໜູນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ ລະຫວ່າງ ​ສອງ​ອົງການ​ນິຕິບັນ​ຍັດ ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ​ສອງ​ປະ​ເທດ, ມຸ່ງ​ໄປ​ເຖິງ​ອະນາຄົດ​ອັນ​ດີງາມ​ກວ່າ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ທັດສະນະ​ຂອງ​ພັກ ​ແລະ ລັດຫວຽດນາມ ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສອງ​ປະ​ເທດ ​   ແມ່ນ​ເຄົາລົບ​ຜົນ​ປະ​ໂຫຍ​ດອັນ​ເປັນ​ທຳ​ຂອງ​ແຕ່ລະ​ປະ​ເທດ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພ້ອມ​ທັງ​ຫັນ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​​ໃຫ້​ກາຍ​ເປັນ​ບັນດາ​ການ​ກະທຳ​ໃນ​ຕົວ​ຈິງ ຈະ​ແກ້​ໄຂ​​ໄດ້​ບັນຫາ​ຢູ່​ທະ​ເລ​ເປັນ​ຢ່າງ​ດີ, ​ເພີ່ມທະວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ດ້ານ​ການ​ເມືອງ ​ແລະ ສ້າງ​ຄວາມ​ສະດວກ​ໃນ​ການ​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທ​ດ​ເປັນ​ຢ່າງ​ດີ.

        ສ່ວນທ່ານປະທານສະພາປຶກສາ​ການ​ເມືອງ ​ປະຊາຊົນ​ຈີນ ອີ​ເຈີ້​ງ​ເສິ່ງ ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ຄະນະ​ກຳມະການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ​  ລະຫວ່າງ​ສອງ​ປະ​ເທດ​ເລີ່​ມດຳ​ເນີນ​ວຽກ​ງານ  ​ແລະ ​ຜັນ​ຂະຫຍາຍ (ທາງ​ທະ​ເລ, ທາງບົກ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ເງິນ). ກ່ຽວ​ກັບ​ບັນດາ​ບັນຫາ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ ​ລະຫວ່າງ​ສອງ​ປະ​ເທດ, ທ່ານ ອີ​ເຈີ້​ງ​ເສິ່ງ ​ເນັ້ນ​ໜັກ​ວ່າ​, ສອງ​ປະ​ເທດ​ມີ​ຈຸດໝາຍ, ລະບອບ​ການ​ເມືອງ​ຄື​ກັນ ສາມາດ​ຜ່ານ​ການ​ເຈລະຈາ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ; ຍູ້​ແຮງ​ກາ​ນຮ່ວມ​ມື​ຢ່າງຮອບດ້ານ​ໃນ​ຂົງ​ເຂດ​​ເສດຖະກິດ - ສັງຄົມ, ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ