ປະທານສະພາແຫ່ງຊາດຫວຽດນາມແລະປະທານສະພາແຫ່ງຊາດສ.ເກົາຫຼີເຂົ້າຮ່ວມເວທີປາໄສລົງທຶນແລະການຄ້າຫວຽດນາມ-ສ.ເກົາຫຼີ

(VOVWORLD) -ຕອນເຊົ້າ 07 ທັນວາ, ຢູ່ນະຄອນຫຼວງເຊີອຸນ, ໃນຂອບເຂດການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Moon Hee Sang ໄດ້ເຂົ້າຮ່ວມເວທີປາໄສລົງທຶນ ແລະ ການຄ້າຫວຽດນາມ - ສ.ເກົາຫຼີ.

ປະທານສະພາແຫ່ງຊາດຫວຽດນາມແລະປະທານສະພາແຫ່ງຊາດສ.ເກົາຫຼີເຂົ້າຮ່ວມເວທີປາໄສລົງທຶນແລະການຄ້າຫວຽດນາມ-ສ.ເກົາຫຼີ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ

ເຂົ້າຮ່ວມເວທີປາໄສລົງທຶນ ແລະ ການຄ້າຫວຽດນາມ-ສ.ເກົາຫຼີ)

ທີ່ເວທີປາໄສ, ທ່ານປະທານສະພາແຫ່ງຊາດ Moon Hee Sang ປາດຖະໜາວ່າ, ບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ ຈະສືບຕໍ່ຕັ້ງໜ້າແລກປ່ຽນດ້ານເສດຖະກິດ ແລະ ຢືນຢັນວ່າ ສ.ເກົາຫຼີ ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ທຸກການເຄື່ອນໄຫວຂອງວິສາຫະກິດ 2 ປະເທດ; ພ້ອມທັງເນັ້ນໜັກວ່າ, ເວທີປາໄສນີ້ ຈະສ້າງກາລະໂອກາດເຈລະຈາທີ່ມີຜົນປະໂຫຍດສຳລັບວິສາຫະກິດ 2 ປະເທດ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນ ເນັ້ນໜັກວ່າ, ວິສາຫະກິດສ.ເກົາຫຼີ ພວມຮັກສາບົດບາດສຳຄັນໃນບາງຂົງເຂດເສດຖະກິດຈຸດສຸມຂອງຫວຽດນາມ ຄື: ອຸດສາຫະກຳເອເລັກໂຕນິກ, ພະລັງງານ, ລົດໂອໂຕ, ເຄື່ອງຕ່ຳແຜ່ນຕັດຫຍິບ… ປະຈຸບັນ, ສ.ເກົາຫຼີ ພວມແມ່ນຄູ່ຮ່ວມມື FDI ໃຫຍ່ທີ່ສຸດ, ປະກອບສ່ວນສຳຄັນເຂົ້າໃນການຫັນປ່ຽນໂຄງປະກອບພື້ນຖານເສດຖະກິດ, ສ້າງວຽກເຮັດງານທຳ, ຊ່ວຍສ້າງດຸນການຄ້າ, ຊຸກຍູ້ການໜູນຊ່ວຍຊີວິດສັງຄົມຂອງຫວຽດນາມ ແລະ ຫວຽດນາມ ພວມຍູ້ແຮງການເຄື່ອນໄຫວສົ່ງເສີມການລົງທຶນຈາກສ.ເກົາຫຼີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ຢືນຢັນວ່າ.

        “ພວກຂ້າພະເຈົ້າປາດຖະໜາວ່າ ປະຊາຄົມວິສາຫະກິດ 2 ປະເທດຈະເສີມຂະຫຍາຍທ່າແຮງ, ກາຍເປັນແກ່ນສານໃນບັນດາການເຄື່ອນໄຫວຮ່ວມມື ແລະ ຮ່ວມສຳພັນເສດຖະກິດ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ. ຜົນສຳເລັດຂອງພວກເພື່ອນກໍ່ແມ່ນຜົນສຳເລັດຂອງພວກຂ້າພະເຈົ້າ. ຍາມໃດພວກຂ້າພະເຈົ້າກໍ່ຍິນດີຕ້ອນຮັບບັນດາເພື່ອນວິສາຫະກິດສ.ເກົາຫຼີ ມາຮ່ວມມືລົງທຶນຢູ່ຫວຽດນາມ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາວ່າຍາມໃດກໍ່ຈະຮ່ວມເດີນທາງພ້ອມກັບພວກເພື່ອນ”.

        ທີ່ເວທີປາໄສການຄ້າ ແລະ ການລົງທຶນຫວຽດນາມ - ສ.ເກົາຫຼີ, ປະທານສະພາແຫ່ງຊາດ 2 ປະເທດ ໄດ້ເປັນສັກຂີພິຍານພິທີເປີດສະຫຼອງສາຍການບິນຂອງບໍລິສັດການບິນ Vietjet, ດ້ວຍຖ້ຽວບິນເຊື່ອມຕໍ່ຈາກເກາະ ຟູກວັກ (ຫວຽດນາມ) ກັບ ເຊີອຸນ (ສ.ເກົາຫຼີ).

        ພາຍຫຼັງການເຂົ້າຮ່ວມເວທີປາໄສການຄ້າ ແລະ ການລົງທຶນຫວຽດນາມ - ສ.ເກົາຫຼີ, ທ່ານນາງປະທານສະແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ໃຫ້ການຕ້ອນຮັບບາງກຸ່ມບໍລິສັດເສດຖະກິດຂອງສ.ເກົາຫຼີ ຄື:  ປະທານຄະນະກຳມະການບໍລິຫານກຸ່ມບໍລິສັດ CJ; ຮອງປະທານທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ Lotte; ກຸ່ມບໍລິສັດ VN One ແລະ ສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍສ.ເກົາຫຼີ; ຕ້ອນຮັບຜູ້ຕາງໜ້າບັນດາກຸ່ມບໍລິສັດເສດຖະກິດຂອງສ.ເກົາຫຼີ. ນີ້ກໍ່ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃນການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ