ປະທານສະພາແຫ່ງຊາດຫວຽດນາມໄປຍັງໂດຮາ ເຂົ້າຮ່ວມກອງປະຊຸມ IPU – 140

(VOVWORLD) -     ພາຍຫຼັງສິ້ນສຸດການຢ້ຽມຢາມເອີລົບ, ວັນທີ 6 ເມສາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະໄດ້ໄປຮອດ ໂດຮາ ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ( IPU – 140 ) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ປະທານສະພາແຫ່ງຊາດຫວຽດນາມໄປຍັງໂດຮາ ເຂົ້າຮ່ວມກອງປະຊຸມ IPU – 140 - ảnh 1ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ 

ດ້ວຍຫົວຂໍ້ “ ບັນດາລັດຖະສະພາແມ່ນພື້ນຖານເພື່ອເພີີ່ມທະວີການສຶກສາເພື່ອສັນຕິພາບ, ຄວາມສະຫງົບ ແລະ ນິຕິບັນຍັດ ”, ບົດກ່າວຄຳປາໄສຂອງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແບ່ງປັນບົດຮຽນ ແລະ ນະໂຍບາຍຂອງຫວຽດນາມທີ່ກ່ຽວຂ້ອງເຖິງຫົວຂໍ້ລວມຂອງກອງປະຊຸມ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ ຫວຽດນາມຖືເປັນສຳຄັນກົນໄກຮ່ວມມືຫຼາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມປະກອບສ່ວນເຂົ້າຮ່ວມບັນດາເວທີປາໄສຊຶ່ງຫວຽດນາມແມ່ນສະມາຊິກ. 

ຕອບກັບ

ຂ່າວ/ບົດ​ອື່ນ