ປະທານສະພາແຫ່ງຊາດຫວຽດນາມໄປຍັງໂດຮາ ເຂົ້າຮ່ວມກອງປະຊຸມ IPU – 140

(VOVWORLD) -ຕອນຄ່ຳວັນທີ 6 ເມສາ ຕາມເວລາທ້ອງຖິ່ນ, ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ( IPU – 140 ) ໄດ້ຖືກໄຂຂຶ້ນຢູ່ ໂດຮາ ປະເທດກາຕາ
ປະທານສະພາແຫ່ງຊາດຫວຽດນາມໄປຍັງໂດຮາ ເຂົ້າຮ່ວມກອງປະຊຸມ IPU – 140  - ảnh 1 ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ

ຫົວຂໍ້ລວມຂອງກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ ແມ່ນ “ບັນດາລັດຖະສະພາແມ່ນພື້ນຖານເພື່ອເພີີ່ມທະວີການສຶກສາເພື່ອສັນຕິພາບ, ຄວາມສະຫງົບ ແລະ ນິຕິບັນຍັດ ”. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ.

     ກ່າວຄຳເຫັນຊົມເຊີຍກອງປະຊຸມ IPU – 140 , ກະສັດກາຕາ Tamim Bin Hamad AI Thani ໄດ້ຕີລາຄາສູງບັນດາເນື້ອໃນທີ່ນຳມາປຶກສາຫາລືໃນໂຄງການເຄື່ອນໄຫວຂອງ IPU ຄັ້ງນີ້. ກະສັດ ກາຕາໄດ້ເນັ້ນໜັກເຖິງຫົວຂໍ້ການສຶກສາ, ລັດແຫ່ງກົດໝາຍ ແລະ ໃນສະພາບການປະຈຸບັນ ຈະບໍ່ມີວິທີແກ້ໄຂໃດໆທີ່ດີກ່ວາເລື່ອງຕ້ອງຊຸກຍູ້ບັນດາກົນໄກສົນທະນາທີ່ແຂງແຮງໃນຂອບເຂດຫຼາຍຝ່າຍ, ໃນການຮ່ວມມືສາກົນ, ຈາກນັ້ນ ຊອກຫາມາດຕະການເພື່ອຕ້ານຄືນສະພາບການປະທະກັນ ແລະ ຮັບປະກັນຄວາມຍຸຕິທຳ.

    ໃນຂອບເຂດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ( IPU – 140 ), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະ ຈະມີບັນດາການພົບປະ 2 ຝ່າຍກັບການນຳຂັ້ນສູງຂອງປະເທດເຈົ້າພາບກາຕາ ແລະ ປະເທດອື່ນໆທີ່ເຂົ້າຮ່ວມກອງປະຊຸມ, ຢ້ຽມຢາມ ແລະ ໂອ້ລົມບັນດາບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມປະຈຳກາຕາ…

ຕອບກັບ

ຂ່າວ/ບົດ​ອື່ນ