ປະທານສະພາແຫ່ງຊາດອິດສະຣາແອັນຄົນໃໝ່ຮຽກຮ້ອງສ້າງຕັ້ງລັດຖະບານເອກະພາບຮີບດ່ວນ

(VOVWORLD) -ທ່ານປະທານສະພາແຫ່ງຊາດ Benny Gantz ໄດ້ຮຽກຮ້ອງສ້າງຕັ້ງລັດຖະບານສາມັກຄີຮີບດ່ວນ.

ປະທານສະພາແຫ່ງຊາດອິດສະຣາແອັນຄົນໃໝ່ຮຽກຮ້ອງສ້າງຕັ້ງລັດຖະບານເອກະພາບຮີບດ່ວນ - ảnh 1 ທ່ານປະທານສະພາແຫ່ງຊາດ Benny Gantz

(ພາບ: THX/TTXVN)

ດ້ວຍຈຳນວນບັດເຫັນດີ 74 ບັດ ແລະ ບັດຄ້ານ 18 ບັດ, ຄູ່ແຂ່ງຂອງທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ແມ່ນທ່ານ Benny Gantz, ການນຳພັກຂຽວ-ຂາວ, ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານສະພາແຫ່ງຊາດຄົນໃໝ່ໃນວັນທີ 26 ມີນາ, ໃນເຫດການໂດຍບັງເອີນອາດຈະພາໄປເຖິງການຮ່ວມສຳພັນທະມິດລະຫວ່າງ 2 ທ່ານເພື່ອຮັບມືກັບໂລກລະບາດໂຄວິດ-19 ທີ່ພວມແຜ່ລະບາດຢ່າງວ່ອງໄວ.

        ກ່າວຄຳເຫັນຢູ່ສະພາແຫ່ງຊາດອິດສະຣາແອັນ ພາຍຫຼັງໄດ້ຮັບການເລືອກຕັ້ງ, ທ່ານປະທານສະພາແຫ່ງຊາດ Benny Gantz ໄດ້ຮຽກຮ້ອງສ້າງຕັ້ງລັດຖະບານສາມັກຄີຮີບດ່ວນ. ລາຍລະອຽດກ່ຽວກັບລັດຖະບານຮີບດ່ວນນີ້ຍັງບໍ່ທັນຈະແຈ້ງເທື່ອ ແລະ ພຽງແຕ່ມີລັກສະນະຊົ່ວຄາວຈົ່ນຮອດເມື່ອອິດສະຣາແອັນ ໄດ້ຜ່ານຜ່າຈຸດເວລາຮ້າຍແຮງທີ່ສຸດຍ້ອນໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ