ປະທານສະພາແຫ່ງຊາດຮຸງກາຣີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດຮຸງກາຣີເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo
(ພາບ: TTXVN)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 8/11, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ມາ​ຮອດຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 8 – 13/11/2015 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮຸ່ງ. ​ໃນ​ການ​ຢ້ຽມ​ຢາມ​ ຫວຽດນາມ ​ເປັນ​ເວລາ 6 ວັນ, ທ່ານ​ປະ​ທານ​ສະພາ​ແຫ່ງ​ຊາດ ຮຸງ​ກາຣີ Kover Laszlo ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ; ​ເຂົ້າ​ຢ້ຽມ​ຂ່ຳນັບ ​ແລະ ພົບ​ປະ​​ເຈລະຈາ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງຊາດ ຮຸງ​ກາຣີ Kover Laszlo ກໍ່​ຢ້ຽ​​ມຢາມ​ບາງ​ສະຖານ​ທີ່​ປະຫວັດສາດ, ວັດທະນະທຳ, ທ່ອງ​ທ່ຽວ​ຢູ່ ຮ່າ​ໂນ້ຍ, ກວາງ​ນິງ, ດ່າ​ໜັງ, ກວາງ​ນາມ ​ແລະ ນະຄອນ​ໂຮ້ຈີ​ມິນ.

ຂ່າວ/ບົດ​ອື່ນ