ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ມະ​ຕິ​ກ່ຽວ​ກັບ​ພາ​ລະ​ໜ້າ​ທີ່​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ນິ​ຕິ​ກຳ

(VOVWORLD) - ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ສະເໜີໃຫ້ສະຖາບັນຄົ້ນຄ້ວານິຕິກຳ ຈົ່ງເປີດກ້ວາງ, ສ້າງການພົວພັນກັບບັນດາຮາກຖານຄົ້ນຄ້ວາ ໃນທົ່ວປະເທດເທື່ອລະກ້າວ;
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ພິ​ທີ​ປະ​ກາດ​ມະ​ຕິ​ກ່ຽວ​ກັບ​ພາ​ລະ​ໜ້າ​ທີ່​ຂອງ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ນິ​ຕິ​ກຳ - ảnh 1(ພາບ:TTXVN)

    ຕອນບ່າຍວັນທີ 1 ຕຸລາ, ຢູ່ຫໍປະຊຸມສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ເຂົ້າຮ່ວມພິທີປະກາດມະຕິກ່ຽວກັບພາລະໜ້າທີ່ຂອງສະຖາບັນຄົ້ນຄ້ວານິຕິກຳ ແລະ ວາລະປະຊຸມຄັ້ງປະຖົມມະເລິກ ສະພາວິທະຍາສາດຂອງຄະນະປະຈຳສະພາແຫ່ງຊາດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ໄດ້ສະເໜີໃຫ້ສະຖາບັນຄົ້ນຄ້ວານິຕິກຳ ຈົ່ງເປີດກ້ວາງ, ສ້າງການພົວພັນກັບບັນດາຮາກຖານຄົ້ນຄ້ວາ ໃນທົ່ວປະເທດເທື່ອລະກ້າວ; ເພີ່ມທະວີການທູດລັດຖະສະພາໃນໂລກເພື່ອແລກປ່ຽນບົດຮຽນ. ສະຖາບັນຕ້ອງສ້າງກຳລັງເປັນຫຼັກແຫຼ່ງ ສ້າງຕັ້ງເຄືອຂ່າຍຂໍ້ລິເລີ່ມສະພາແຫ່ງຊາດ; ເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນເວທີປາໄສເສດຖະກິດ, ສັງຄົມປະຈຳປີຂອງສະພາແຫ່ງຊາດ; ສ້າງຕັ້ງໜ່ວຍໃຫ້ຄຳປຶກສາໃຫ້ແກ່ປະທານສະພາແຫ່ງຊາດ:

 ສະຖາບັນຄົ້ນຄ້ວານິຕິກຳຕ້ອງສຸມໃສ່ຜັນຂະຫຍາຍວຽກງານວິຊາສະເພາະໃຫ້ມີປະສິດທິຜົນ, ເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນບັນດາການເຄື່ອນໄຫວສ້າງບັນດາຫົວເລື່ອງສະເພາະຂອງພັກ, ຄະນະສະພາແຫ່ງຊາດໄດ້ມອບໝາຍໜ້າທີ່ ຕາມລາຍການກະທຳຂອງສະພາແຫ່ງຊາດ. ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງສະຖາບັນ ກ່ຽວກັບການຄົ້ນຄ້ວາວິທະຍາສາດ ແລະ ຈັດຕັ້ງຂໍ້ມູນຂ່າວສານ, ພິມຈຳໜ່າຍ, ວາລາສານຄົ້ນຄ້ວາ, ນິຕິກຳ ແລະ ຄຸ້ມຄອງແຫ່ງລັດກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ວາລະສານຄົ້ນຄ້ວາ, ນິຕິກຳ ແລະ ຄຸ້ມຄອງແຫ່ງລັດກ່ຽວກັບວິທະຍາສາດ ເຕັກໂນໂລຊີ. ເສີມຂະຫຍາຍບົດບາດຂອງສະຖາບັນແມ່ນອົງການຄົ້ນຄ້ວາ, ທີ່ປຶກສາດ້ານນິຕິກຳ ແລະ ຂໍ້ມູນຂ່າວນິຕິກຳ, ເຂົາຮ່ວມຢ່າງຕັ້ງໜ້າເຂົ້າໃນວຽກງານສ້າງກົດໝາຍຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ