ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງແຄ໋ງຮ່ວາ

(VOVWORLD) -ຕອນເຊົ້າວັນທີ 2 ມີນາ, ຢູ່ແຂວງແຄ໋ງຮ່ວາ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ໄດ້ເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງ ແຄ໋ງຮ່ວາ.
ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງແຄ໋ງຮ່ວາ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດີງເຫວະ ໄດ້ເຂົ້າຮ່ວມພິທີປະກາດແຜນຜັງເຂດຕົວເມືອງໃໝ່ ກາມເລີມ, ແຂວງ ແຄ໋ງຮ່ວາ

    ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ: ແຜນຜັງເຂດຕົວເມືອງ ກາມເລີມ ໄດ້ຮັບການສ້າງຂຶ້ນແລະ ອະນຸມັດຜ່ານ ຊຶ່ງນອນໃນແຜນການເຊື່ອມຕໍ່ກັບນະຄອນ ຍາຈາງແລະ ນະຄອນ ກາມແຣງ. ນີ້ຈະນີ້ຈະເປັນເຂດຕົວເມືອງສະໜາມບິນທີ່ທັນສະໄໝ, ນິເວດວິທະຍາ, ອັດສະລິຍະລະດັບໂລກ; ເປັນຈຸມສຸມການບໍລິການທ່ອງທ່ຽວທະເລ ແລະການບໍລິການ logistics . ທ່ານຮອງນາຍົກລັດຖະມົນຕີ ເຈີ່ນຮົ່ງຮ່າ ໃຫ້ຮູ້ວ່າ:

       ພ້ອມກັບແຜນຜັງອື່ນໆ, ຈະສ້າງເຂດໃໝ່, ເງື່ອນໄຂ ແລະ ກຳລົງໜູນໃໝ່ເພື່ອໃຫ້ແຂວງແຄ໋ງຮ່ວາເວົ້າລວມ ແລະ ເມືອງ ກາມເລີມເວົາສະເພາະ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ໂດຍອີງໃສ່ເສດຖະກິດຕົວເມືອງ ແລະ ການບໍລິການ. ຊາວກາມເລີມໃນອະນາຄົດອັນໃກ້ໆນີ້ ຈະໄດ້ຮັບການ ບໍລິການສັງຄົມທີ່ມີຄຸນນະພາບສູງ. ປັດໄຈທີ່ຕັດສິນ ຜົນສໍາເລັດນີ້ແມ່ນຄວາມຂະຫຍັນຂັນເຄື່ອນ ມີຫົວຄິດປະດິດສ້າງ, ມີວິທີປະຕິບັດຢ່າງເປັນແບບເປັນແຜນ ແລະ ຄົບຊຸດຂອງພວກເຮົາ”

ຕອບກັບ

ຂ່າວ/ບົດ​ອື່ນ