ປະທານສະພາແຫ່ງຊາດເຂົ້າຮ່ວມພິທີມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2021

(VOVWORLD) -ມີ 45 ກິດຈະກຳໄດ້ຮັບລາງວັນ VIFOTEC
ປະທານສະພາແຫ່ງຊາດເຂົ້າຮ່ວມພິທີມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2021 - ảnh 1(ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນພິທີ)

        ພິທີສະຫຼຸບ ແລະ ມອບລາງວັນປະດິດຄິດສ້າງວິທະຍາສາດເຕັກໂນໂລຊີ ຫວຽດນາມ ປີ 2021 ແລະ ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງກອງທຶນໝູນຊ່ວຍການປະດິດຄິດສ້າງເຕັກນິກ ຫວຽດນາມ VIFOTEC ໄດ້ດຳເນີນໃນຕອນຄ່ຳວັນທີ 27 ຕຸລາ, ຢູ່ ຮ່າໂນ້ຍ. ມີ 45 ກິດຈະກຳໄດ້ຮັບລາງວັນ VIFOTEC, ລວມມີ: ລາງວັນທີ 1 ມີ 4 ລາງວັນ, ລາງວັນທີ 2 ມີ 8 ລາງວັນ, ລາງວັນທີ 3 ມີ 14 ລາງວັນ ແລະ ລາງວັນຊົມເຊີຍມີ 19 ລາງວັນ.

        ກ່າວຄຳເຫັນພິທີ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ຖືວ່າ, ບົດບາດຂອງວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ໄດ້ຢືນຢັນໃນເອກະສານກອງປະຊຸມໃຫຍ່ຊຸດທີ XIII ຂອງພັກ ແລະ ໄດ້ສະແດງອອກຢ່າງລຸລ່ວງໃນບັນດາເປົ້າໝາຍຂອງແຜນການກະທຳແຫ່ງຊາດ, ແມ່ນເຄື່ອງມືຫຼັກແຫຼ່ງໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ. ໃນໄລຍະ 30 ປີຜ່ານມາ, ກອງທຶນ VIFOTEC ໄດ້ກາຍເປັນເຄື່ອງໝາຍການຄ້າສຳລັບຜູ້ເຮັດວຽກງານວິທະຍາສາດໃນທົ່ວປະເທດ.

        “ມູນເຊື້ອທີ່ໜ້າເອກອ້າງທະນົງໃຈໃນ 30 ປີແຫ່ງການສ້າງສາ ແລະ ພັດທະນາ ຈະແມ່ນແຫຼ່ງກຳລັງໜູນຕໍ່ກຳລັງແຮງເພື່ອໃຫ້ກອງທຶນ VIFOTEC ເຄື່ອນໄຫວ, ພັດທະນາ. ຂ້າພະເຈົ້າເຊື່ອໝັ້ນວ່າ, ກອງທຶນ VIFOTEC ຈະສືບຕໍ່ສ້າງພື້ນຖານໃຫ້ບັນດາຜູ້ມີຄວາມເມົາມົວຄົ້ນຄວ້າວິທະຍາສາດເຕັກໂນໂລຊີໃນໝູ່ປະຊາຊົນທຸກຊັ້ນວັນນະ, ປຸກລຸກຄວາມເມົາມົວປະດິດຄິດສ້າງສຳລັບລຸ້ນໜຸ່ມໃນທົ່ວປະເທດ, ປະກອບສ່ວນສຳຄັນເພື່ອສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ