ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA ຄັ້ງ​ທີ 42

(VOVWORLD) -   ໂດຍໄດ້ຮັບຄຳເຊີນຂອງທ່ານ Pehin Dato Abdul Rahman Taib, ປະທານ AIPA, ປະທານສະພານິຕິບັນຍັດ ບຣູໄນ Darussalam, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 42 ເຊິ່ງຖືກຈັດຂຶ້ນແບບທາງໄກໃນຕອນເຊົ້າວັນທີ 23 ສິງຫາ ຢູ່ ບຣູໄນ.
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA ຄັ້ງ​ທີ 42 - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວ້ ພ້ອມດ້ວຍຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ AIPA ຄັ້ງທີ 42 (ພາບ: quochoi.vn)

ກ່າວຄຳເຫັນຂ່ຳນັບຮັບຕ້ອນຜູ້ແທນມາເຂົ້າຮ່ວມເຫດການ, ທ່ານປະທານສະພາ AIPA – 42 Abdul Rahman Taib ໄດ້ເນັ້ນໜັກວ່າ ໃນສະພາບການ ອາຊຽນ ພວມພ້ອມກັນຮັບມື ແລະ ຟື້ນຟູຈາກໂລກລະບາດ, ຮອດເວລາແລ້ວທີ່ບັນດາປະເທດສະມາຊິກ ອາຊຽນ ຕ້ອງຮັບປະກັນການຫັນເປັນດີຈີຕອນແບບກວມລວມ ເພື່ອເພີ່ມທະວີກຳລັງຮັບມື, ກະກຽມດີກວ່າອີກໃຫ້ແກ່ຄົນລຸ້ນປັດຈຸບັນ ແລະ ອະນາຄົດ. ບົນເນື້ອໃນຈິດໃຈນັ້ນ, ຫົວຂໍ້ຂອງກອງປະຊຸມ AIPA – 42 ຈຶ່ງເລືອກເອົາຫົວຂໍ້ “ພັດທະນາສາຍພົວພັນຮ່ວມມືລະຫວ່າງລັດຖະສະພາໃນຂົງເຂດເຕັກນິກດີຈີຕອນແບບກວມລວມ ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ 2025”.

ພາຍຫຼັງວາລະໄຂກອງປະຊຸມ, ສະມັດຊາໃຫຍ່ AIPA – 42 ໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທຳອິດ ວາລະທີໜຶ່ງ, ເລືອກຕັ້ງຮອງປະທານສະມັດໃຫຍ່ AIPA – 42; ແນະນຳຄະນະຜູ້ແທນ ແລະ ປຶກສາຫາລືຮັບຮອງເອົາໂຄງການເຄື່ອນໄຫວຂອງ AIPA – 42; ໂຄງການດຳເນີນງານ AIPA – 42; ພາກສ່ວນຂອງຄະນະກຳມະການ AIPA – 42; ພິຈາລະນາປະເທດເຈົ້າພາບຈັດຕັ້ງກອງປະຊຸມກຸ່ມຜູ້ໃຫ້ຄຳປຶກສາ AIPA – 42 ຄັ້ງທີ 13; ວັນເວລາ ແລະ ສະຖານທີ່ຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA – 43 ແລະ ບັນດາບັນຫາອື່ນໆອີກດ້ວຍ. ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນວາລະປະຊຸມດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ສະເໜີວ່າ:

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA ຄັ້ງ​ທີ 42 - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນໃນກອງປະຊຸມຄົບຄະນະ (ພາບ: VOV)

“ຂ້າພະເຈົ້າຮຽກຮ້ອງໃຫ້ມີຄວາມສາມັກຄີ ແລະ ຄວາມຮັບຜິດຊອບລວມຂອງ AIPA ໃນການຮ່ວມມື, ແບ່ງປັນບົດຮຽນປະສົບການ, ໂດຍສະເພາະແມ່ນໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ເພື່ອຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ. ຂ້າພະເຈົ້າສະເໜີໃຫ້ເພີ່ມທະວີການຮ່ວມມືພາຍໃນກຸ່ມ ແລະ ການຮ່ວມມືກັບບັນດາຄູ່ຮ່ວມມືໃນການຄົ້ນຄວ້າ, ພັດທະນາ ແລະ ແບ່ງປັນວັກຊິນ, ຢາປົວພະຍາດ ແລະ ບັນດາວັດຖຸອຸປະກອນການແພດ ຮັບໃຊ້ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຍຸຕິທຳ. ຂ້າພະເຈົ້າກໍສະເໜີໃຫ້ລັດຖະສະພາບັນດາປະເທດມອບສິດໃຫ້ລັດຖະບານຫຼາຍກວ່າອີກ ເພື່ອມີຄວາມເປັນເຈົ້າການ, ມີໄຫວພິບໃນການຮັບມືກັບໂລກລະບາດຢ່າງມີປະສິດທິຜົນ, ຫຼຸດຜ່ອນຜົນເສຍຫາຍ ແລະ ຟື້ນຟູເສດຖະກິດ, ສັງຄົມພາຍຫຼັງໂລກລະບາດໂຄວິດ - 19 ຢ່າງວ່ອງໄວ.”

ກ່ອນທີ່ສິ້ນສຸດບົດກ່າວປາໄສຂອງຕົນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ສະພາແຫ່ງຊາດ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງ AIPA, ເພື່ອການພັດທະນາຂອງການທູດລັດຖະສະພາ ແລະ ສິດ, ຜົນປະໂຫຍດຂອງປະຊາຊົນທຸກຄົນໃນພາກພື້ນ ອາຊຽນ.

        ຕອນບ່າຍຂອງວັນດຽວກັນ, ໃນກອງປະຊຸມຄົບຄະນະວາລະທີ 2, ບັນດາຜູ້ແທນໄດ້ຮັບຟັງບົດກ່າວປາໄສຂອງຫົວໜ້າຄະນະລັດຖະສະພາບັນດາປະເທດສະມາຊິກ AIPA; ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ AIPA; ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ອາຊຽນ.

        


ຕອບກັບ

ຂ່າວ/ບົດ​ອື່ນ