ປະທານສະພາແຫ່ງຊາດແຟງລັງ Jussi Halla-aho ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

(VOVWORLD) -ຕອນບ່າຍວັນທີ 24 ມີນານີ້, ທ່ານປະທານສະພາແຫ່ງຊາດແຟງລັງ Jussi Halla-aho ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຟງລັງໄດ້ເດີນທາງມາຮອດນະຄອນຫຼວງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 24 – 26 ມີນານີ້ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ.
ປະທານສະພາແຫ່ງຊາດແຟງລັງ Jussi Halla-aho ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດແຟງລັງ Jussi Halla-aho ໄດ້ເດີນທາງມາຮອດຮ່າໂນ້ຍ

    ຫວຽດນາມແມ່ນປະເທດນອກເໜືອຈາກເອີລົບປະເທດທຳອິດທີ່ປະທານສະພາແຫ່ງຊາດ Jussi Halla-aho ມາຢ້ຽມຢາມຢ່າງເປັນທາງການນັບແຕ່ເວລາຂຶ້ນຮັບຕຳແໜ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງພິເສດຂອງຫວຽດນາມ ໃນນະໂຍບາຍການຕ່າງປະເທດຂອງແຟງລັງກໍຄືການພົວພັນມິດຕະພາບອັນດີງາມລະຫວ່າງສະພາແຫ່ງຊາດ 2 ປະເທດ. ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມ ເຄົາລົບນັບຖືບັນດາການນຳ ແຟງລັງ, ພິເສດແມ່ນ ທ່ານປະທານສະພາແຫ່ງຊາດ Jussi Halla-aho ທີ່ມີຕໍ່ຫວຽດນາມ,  ແລະ ຫວັງຢາກເພີ່ມທະວີ ການພົວພັນຜ່ານຊ່ອງທາງສະພາແຫ່ງຊາດ ແລະ ການຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ; ການຮ່ວມມືພັດທະນາ, ການສຶກສາ-ບຳລຸງກໍ່ສ້າງ,  ນ້ໍາ, ສິ່ງແວດລ້ອມ ...

.

ຕອບກັບ

ຂ່າວ/ບົດ​ອື່ນ