ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກຸຍບາ ສິ້ນສຸດການຢ້ຽມຢາມ ຫວຽດນາມ

ປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີ ສ.ກຸຍບາ ສິ້ນສຸດການຢ້ຽມຢາມ ຫວຽດນາມ - ảnh 1
( ພາບປະກອບ )

(vovworld) – ​ ວັນ​ທີ 10/7, ທ່ານປະທານ​ສະພາ​ແຫ່ງ​ລັດ ​ແລະ ສະພາ​ລັດຖະມົນຕີ ສ.​ກຸຍບາ Raul Castro ສິ້ນ​ສຸດ​ການ​ຢ້ຽມຢາມສັນຖະວະ​ໄມຕີ​ຫວຽດນາມ ​​​​ແຕ່​ວັນ​ທີ 8 – 10/7. ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້​, ທ່ານ​ປະທານ Raul Castro ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong  ຢ່າງ​ເປັນ​ທາງ​ການ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານປະ​ເທດ Truong Tan Sang ​ແລະ ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung. ການ​ຢ້ຽມຢາມ​ຂອງ​​ທ່ານ​ປະທານ​ Raul Castro ໄດ້​ຢືນຢັນ​​ສາຍ​ພົວພັນ​ມິດຕະພາບ​ທີ່​ໝັ້ນຄົງລະຫວ່າງ​ສອງ​ປະ​ເທດ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ກໍ​ຄື​ໄລຍະ​ປະຈຸ​ບັນ. ການ​ຢ້ຽມຢາ​ມ​ຄັ້ງ​ນີ້ ​ໄດ້​ປະ​ກອບສ່ວນ​ນຳ​ສາຍ​ພົວພັນ​ລະຫວ່າງ​ສອງ​ພັກ ​ແລະ ລັດຖະບານ​ຫວຽດນາມ - ກຸຍ​ບາ ກ້າວ​​​ເຂົ້າ​ສູ່​ໄລຍະ​ພັດທະນາ​ນາ​ໃໝ່.

ຂ່າວ/ບົດ​ອື່ນ