ປະທານສະພາແຫ່ງລັດແລະສະພາລັດຖະມົນຕີກູບາສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງຈົບງາມ

(VOVWORLD) -ຕອນຄ່ຳວັນທີ 10 ພະຈິກ, ທ່ານ Miguel Mario Diaz Canel Bermudez ປະທານສະພາແຫ່ງລັດແລະສະພາລັດຖະມົນຕີກູບາ ແລະ ພັນລະຍາ ໄດ້ສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມ ແຕ່ວັນທີ 8-10 ພະຈິກ ຢ່າງຈົບງາມ.
ປະທານສະພາແຫ່ງລັດແລະສະພາລັດຖະມົນຕີກູບາສິ້ນສຸດການຢ້ຽມຢາມສັນຖະວະໄມຕີຫວຽດນາມຢ່າງຈົບງາມ - ảnh 1  ທ່ານ Miguel Mario Diaz Canel Bermudez ຢ້ຽມຢາມເຂດ ອູມົງກູຈີ

ໃນຂອບເຂດການຢ້ຽມຢາມ, ການນຳກູບາ ໄດ້ມີການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ພົບປະກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ -ກູບາ. ທີ່ການພົບປະຄັ້ງຕ່າງໆນັ້ນ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງ ແລະ ບັນດາມາດຕະການເພື່ອແນໃສ່ນຳການພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງປະເທດ ຫວຽດນາມ ແລະ ກູບາ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ ກໍຄືແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ກ່ອນເດີນທາງກັບຄືນເມືອປະເທດ, ການນຳ ກູບາ ໄດ້ມີການພົບປະກັບທ່ານ ຫງວຽນທ້ຽນເຍີນ ເລຂາຄະນະພັກນະຄອນໂຮ່ຈິມີນ ແລະ ຢ້ຽມຢາມ ອູມົງ ກູຈີ ນະທີ່ນີ້ ທ່ານຫງວຽນທ້ຽນເຍີນ ເນັ້ນຫນັກວ່າ ນະຄອນ ໂຮ່ຈິມີນ ພ້ອມແລ້ວຈະເປັນຂົວຕໍ່ສຳຄັນເພື່ອຫັນບັນດາຮູບແບບທົດລອງໃນການພົວພັນຮ່ວມມື ລະຫວ່າງຫວຽດນາມ ແລະ ກູບາ ໃຫ້ປະກົດຜົນເປັນຈິງ. ທ່ານ Miguel Mario Diaz Canel Bermudez  ຢືນຢັນ: ກູບາ ພ້ອມແລ້ວຍູ້ແຮງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດ ຊື່ງ ກູບາ ມີທ່າແຮງ ແລະ ປາດຖະຫນາຢາກສືບຕໍ່ໄດ້ຮັບການຫນູນຊ່ວຍ, ການຮ່ວມມືຈາກຫວຽດນາມ ໃນບັນດາຂົງເຂດກະສິກຳ.

ຕອບກັບ

ຂ່າວ/ບົດ​ອື່ນ