ປະທານສະຫະພັນແມ່ຍິງຫວຽດນາມໄປຢ້ຽມຢາມອົດສະຕາລີ

ປະທານສະຫະພັນແມ່ຍິງຫວຽດນາມໄປຢ້ຽມຢາມອົດສະຕາລີ - ảnh 1
ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ອົດ​ສະ​ຕາ​ລີ
 Julie Bishop ຕ້ອນ​ຮັບຄະນະ​ຜູ້​ແທນສະຫະພັນ​ແມ່ຍິງ​ຫວຽດນາມ (ພາບ: TTXVN)

(vovworld) - ຄະນະ​ຜູ້​ແທນສະຫະພັນ​ແມ່ຍິງ​ຫວຽດນາມ​, ​ໂດຍ​ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່ວາ, ກຳມະການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ໄດ້​ມີ​ການຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ ອົດ​ສະ​ຕາ​ລີ ​ໃນ​ລະຫວ່າງ​ວັນ​ທີ 8-17/3. ​ໃນ​ຂອບ​ເຂດ​ລາຍການ​ຄູ່​ຮ່ວມ​ມື​ລັດຖະບານ​ເພື່ອ​ການ​ພັດທະນາ​ຂອງ​ອົດ​ສະ​ຕາ​ລີ. ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ​ອົດ​ສະ​ຕາ​ລີ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​​ແລະ ຫ້ອງການ​ເອກ​ອັກຄະ​ລັດຖະທູດ​ກ່ຽວ​ກັບ​ແມ່ຍິງ ​ແລະ ​ເດັກ​ຍິງ. ຄະນະ​ກໍ່​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ສະຖານທູດ​ຫວຽດນາມ​ປະຈຳ​ອົດ​ສະ​ຕາ​ລີ, ​ເພື່ອ​ອັບ​ເດັດ​ສະພາບ​ການ​​ຊາວ​ຫວຽດນາມ, ​ແມ່ຍິງ​ຫວຽດນາມ​ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ ​ແລະ ຮຳ່ຮຽນ​ຢູ່​ອົດ​ສະ​ຕາ​ລີ ກໍ່​ຄື​ ຮັບ​ເອົາ​ບົດຮຽນ​ອັນ​ລຳ້​ຄ່າ​ຂອງ​ອົດ​ສະ​ຕາ​ລີ​ກ່ຽວ​ກັບ​ການຊຸກຍູ້​ການ​ພັດທະນາ​ແມ່ຍິງ​, ກໍ່​ຄື​ການ​ຮັບປະກັນ​ສິດ​ຂອງ​ແມ່ຍິງ, ການ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​, ບົນ​ພື້ນຖານຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ.

ຂ່າວ/ບົດ​ອື່ນ