ປະທານສະຫະພັນໃຫ່ຍ ແຮງານຫວຽດນາມ ຢ້ຽມຢາມ, ມອບຂອງຂວັນ ໃຫ້ຊາວປະມົງກວາງຫງ້າຍ


ປະທານສະຫະພັນໃຫ່ຍ ແຮງານຫວຽດນາມ ຢ້ຽມຢາມ, ມອບຂອງຂວັນ ໃຫ້ຊາວປະມົງກວາງຫງ້າຍ - ảnh 1

ທ່ານ​ວໍ້​ວັນ​ເຖືອ​ງມອບຂອງຂວັນໃຫ້ຊາວປະມົງ

(ພາບ: quangngaitv.vn)

(vovworld) -ວັນ​ທີ 12/7, ທ່ານ​ດັ້ງງອກ​ຕຸ່ງ, ປະທານສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ແລະ ທ່ານ​ວໍ້​ວັນ​ເຖືອ​ງ ຮອງ​ເລຂາ​ປະຈຳ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ພ້ອມ​ດ້ວຍ​ຄະນະ​ປະຕິບັດ​ງານ​ຂອງຄະນະ​ພັກ​ນະຄອນ, ສະຫະພັນ​ແຮງ​ງາ​ນ ນະຄອນ​ໂຮ່ຈິ​ມິນ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​ໃຫ້​ສະມາ​ພັນ​ອາຊີ​ບຫາ​ປາ ​ແລະ ລູກ​ຫຼານ​ຊາວ​ປະມົງ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ​ເມືອງ​ລີ​ເຊີ​ນ ​ແລະ ຕາ​ແສງ​ບິ່ງ​ເຈົາ-​ເມືອງ​ບິ່ງ​ເຊີນ, ​ແຂວງ​ກວາງ​ຫງ້າ​ຍ. ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ໄດ້​ມອບ​ເຄື່ອງ​ອຸປະກອນ​ທີ່​ມີ​ມູນ​ຄ່າ 300 ລ້ານ​ດົ່ງ​ໃຫ້​ແກ່ສະມາ​ພັນ​ອາຊີ​ບຫາ​ປາຕາ​ແສງ​ອານ​ຫາຍ, ເມືອງ​ລີ​ເຊີ​ນ; ໜູນ​ຊ່ວຍ​ຈຳນວນ​ເງິນ 400 ລ້ານ​ດົ່ງ​ໃຫ້​ແກ່​ເຈົ້າຂອງ​ກຳ​ປັ່ນ 3 ຄົນ, ສະມາ​ຊິກຂອງ​ສະມາ​ພັນ​ອາຊີບ​ຫາ​ປາ​ທີ່​ຖືກ​ເສຍ​ຫາຍ​ດ້ານ​ຊັບ​ສິນ ​ແລະ ຊີວິດ​ອິນ​ຊີ​ເມື່ອ​ໄດ້​ຫາ​ປາ​ໃນ​ເຂດ​ທະ​ເລ​ຮ່ວາງ​ຊາ. ​ໃນ​ໂອກາດ​ນີ້, ສະຫະພັນ​ແຮງ​ງາ​ນນະຄອນ​ໂຮ່ຈິ​ມິນ ​ໄດ້​ໜູນ​ຊ່ວຍ​ຈຳນວນ​ເງິນ 1 ຕື້​ດົ່ງ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຫວຍ​ດນາມ ​ໄດ້​ມອບ​ຈຳນວນ​ເງິນ 60 ລ້ານ​ດົ່ງ, ກຸ່ມ​ບໍລິສັດ​ຢາງພາລາ​ຫວຽດນາມ ໄດ້​ມອບ​ຈຳນວນ​ເງິນ 50 ລ້ານ​ດົ່ງ​ໃຫ້​ແກ່ສະມາ​ພັນ​ອາຊີ​ບຫາ​ປາຕາ​ແສງ​ອານ​ຫາຍ ​ແລະ ອານ​ວິ້ງ, ​ເມືອງ​ລີ​ເຊີນ ​ແລະ ບັນດາ​ສະມາ​ພັນ​ອາຊີບ​ຫາ​ປາ​ແຂ​ວງກວາງ​ຫງ້າ​ຍ…./.

ຂ່າວ/ບົດ​ອື່ນ