ປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ແລະ ຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ ເລມິງຈິ໋ ຈະຕອບຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ໃນວັນທີ 20 ມີນາ

(VOVWORLD) - ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ຊັກຖາມບັນດາມາດຕະການສືບຕໍ່ຍົກສູງຄຸນນະພາບການພິພາກສາ, ແກ້ໄຂບັນດາຄະດີປະເພດຕ່າງໆ, ພິເສດແມ່ນຄະດີບໍລິຫານ, ຄະດີອາຍາດ້ານເສດຖະກິດ...

ຄະນະປະຈຳສະພາແຫ່ງຊາດ ຫາກໍ່ປະກາດໃຊ້ແຜນການຈັດການເຄື່ອນໄຫວຊັກຖາມທີ່ກອງປະຊຸມຄັ້ງທີ 21, ຄາດວ່າ ຈະຈັດຂຶ້ນເປັນເວລາ 1 ວັນຄື ວັນທີ 20 ມີນາ, ທີ່ຫໍປະຊຸມສະພາແຫ່ງຊາດ ແລະ ໄດ້ເຊື່ອມຕໍ່ທາງອິນເຕີເນັດເຖິງ 62 ຄະນະສະມາຊິກສະພາແຫ່ງຊາດ ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

        ຕາມນັ້ນແລ້ວ, ທ່ານປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ ຊັກຖາມບັນດາມາດຕະການສືບຕໍ່ຍົກສູງຄຸນນະພາບການພິພາກສາ, ແກ້ໄຂບັນດາຄະດີປະເພດຕ່າງໆ, ພິເສດແມ່ນຄະດີບໍລິຫານ, ຄະດີອາຍາດ້ານເສດຖະກິດ, ສໍ້ລາດບັງຫຼວງ… ຫົວໜ້າອົງການໄອຍະການປະຊາຊົນສູງສຸດຕອບຄຳຊັກຖາມກ່ຽວກັບມາດຕະການສືບຕໍ່ຍົກສູງຄຸນນະພາບການປະຕິບັດສິດຟ້ອງສານ ແລະ ກວດກາການເຄື່ອນໄຫວຕຸລາການ ໃນການແກ້ໄຂບັນດາຄະດີອາຍາ, ພິເສດແມ່ນບັນດາຄະດີເສດຖະກິດ, ສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ