ປະທານສານປະຊາຊົນສູງສຸດຫວຽດນາມຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ອາແຊັກໄບຢານ

ປະທານສານປະຊາຊົນສູງສຸດຫວຽດນາມຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ອາແຊັກໄບຢານ - ảnh 1
ທ່ານ ​ເຈືອງ​ຮ່ວາ​ບີ​ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ
(ພາບ: TTXVN)

(vovworld) - ​ ວັນ​ທີ 08/03, ຢູ່​ຮ່າ​ໂນ້ຍ, ທ່ານ ​ເຈືອງ​ຮ່ວາ​ບີ​ງ ປະທານ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ກະຊວງ​ຍຸຕິ​ທຳ ອາ​ແຊັກ​ໄບຢານ ​ໂດຍ​ທ່ານ Fikrat F.Mammadov, ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ອາ​ແຊັກໄບຢານ ​ເປັນ​ຫົວ​ໜ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ: ການມາ​ຢ້ຽມຢາມ​ຂອງ​ຄະນະ​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ​ທີ່​ເປັນ​ມູນ​​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ອາ​ແຊັກໄບຢານ. ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ 2 ປະ​ເທດ ຫວຽດນາມ ​ແລະ ອາ​ແຊັກໄບຢານ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ຈະ​​ລົງ​ນາມ​​ໃນ​ຂໍ້​ຕົກລົງການ​ຮ່ວມ​ມື, ທ່ານ​ປະທານ​ສານ ​ເຈືອງ​ຮ່ວາ​ບີ​ງ ​ເນັ້ນ​ໜັກ​ວ່າ: ນີ້​ຈະ​ແມ່ນ​ພື້ນຖານ​ຮັດ​ແໜ້ນສາຍ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຍຸຕິ​ທຳ ​ແລະ ກົດໝາຍ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ທ່ານ Fikrat F.Mammadov ລັດຖະມົນຕີ​ວ່າການ​ກະຊວງ​ຍຸຕິ​ທຳ ອາ​ແຊັກ​ໄບຢານ ​ໃຫ້​ຮູ້​ວ່າ: ການ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ ​ໃນ​ຄັ້ງ​ນີ້ ຂອງ​ຄະນະ​ຜູ້​ແທນ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ຍຸຕິ​ທຳ​ຂອງ 2 ປະ​ເທດ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ປະຕິ​ຮູບ​ດ້ານ​ຍຸຕິ​ທຳ. 2 ຝ່າຍ​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພີ່​ມທະວີ​ວຽກ​ງານ​ກໍ່ສ້າງ​ດ້ານ​ຍຸຕິ​ທຳ.

ຂ່າວ/ບົດ​ອື່ນ