ປະທານຫງວຽນທ້ຽນເຍີນລົງສຳຫຼວດການກວກາເຄື່ອນໄຫວເສດຖະກິດລວມໝູ່ຢູ່ເລີມດົ່ງ

ປະທານຫງວຽນທ້ຽນເຍີນລົງສຳຫຼວດການກວກາເຄື່ອນໄຫວເສດຖະກິດລວມໝູ່ຢູ່ເລີມດົ່ງ - ảnh 1
ທ່ານຫງວຽນ​ທ້ຽນ​ເຍີນ ເຮັດວຽກກັບການນຳແຂວງເລີມດົ່ງ
(ພາບ:Nguyễn Dũng- TTXVN

 (vovworld)- ​ ​ ​​ ວັນ​ທີ 19/7, ​ເມື່ອ​ລົງ​ສຳ​ຫຼວດກວດກາສະພາບ​ຕົວ​ຈິງ​ບາງ​ຮູບ​ແບບ​ສະຫະກ​ອນກະສິກຳຢູ່​ນະຄອນ​ດ່າ​ລາດ ​ແລະ ​ເມືອງ​ດຶກ​ຈ້ອງ, ​ແຂວງ​ເລີມ​ດົ່ງ. ຄະນະ​ປະຕິບັດ​ງານ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເລີມ​ດົ່ງ. ທີ່​ການ​ເຮັດ​ວຽກ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຢືນຢັນ​ວ່າ: ການ​ພັດທະນາ​ເສດຖະກິດ​ຮ່ວມ​ມື​ຂອງ​ແຂວງ​ເລີມ​ດົ່ງ ​ໄດ້​ກ້າວ​ເດີນ​ຢ່າງຖືກ​ຕາມ​ທິດ, ມີ​ບັນດາ​ມາດ​ຕະການ​ຢ່າງ​ລະ​ອຽດ, ທັນ​ການ ​ແລະ ຄົບ​ຊຸດ. ​ແຂວງ​ເລີມ​ດົ່ງ ​ໄດ້​ມີ​ຫຼາຍ​ຮູບ​ແບບ​ສະຫະກອນກະສິກຳ​ເຄື່ອນ​ໄຫວ​ຢ່າງມີ​ປະສິດທິ​ຜົນ, ຄວນ​ໄດ້​ຮັບ​ການ​​ແຜ່ຂະຫຍາຍ, ທະວີຄູນ​ໃນ​ທົ່ວ​ແຂວງ ​ແລະ ທົ່ວ​ປະ​ເທດ. ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ແຂວງ​ເລີມ​ດົ່ງ ຄວນ​ສືບ​ຕໍ່​ປັບປຸງ, ຍົກ​ສູງ​ປະສິ​ດທິ​ຜົນ​ໃນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ສະຫະກອນ, ສຸ​ມ​ໃສ່​ປະຕິບັດ​ສຳ​ເລັດ​ການ​ຫັນປ່ຽນ​ບັນດາ​ສະຫະກອນ​ຕາມ​ຮູບ​ແບບ​ສະຫະກອນ​ແບບ​ໃໝ່, ຕາມ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ປີ 2012​. ​ແຂວງເລີມ​ດົ່ງ ຄວນ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ຮູບ​ແບບ​ສະຫະກອນ​ແບບ​ໃໝ່, ​ນຳເອົາ​ບັນດາຮູບ​ແບບ​ຂອງ​ແຂວງ ​ເພື່ອ​ໃຫ້​ຄະນະ​ຄຸ້ມ​ຄອງ​ບັນດາ​ສະຫະກອນ ​ແລະ ຄອບຄົວ​ຊາວ​ກະສິກອນ​ໃນ​ທົ່ວ​ແຂວງ​ຮັບ​ຮູ້​ຢ່າງ​ຄົບ​ຖ້ວນ ​ແລະ ທັນ​ການ​ກ່ຽວ​ກັບ​ລັກສະນະດີ​​ເລີດຂອງ​ສະຫະກອນ​ແບບ​ໃໝ່.

ຂ່າວ/ບົດ​ອື່ນ