ປະທານອີຊີຮຽກຮ້ອງຝ່າຍຕາເວັນຕົກມີການປະພຶດຕໍ່ຢ່າງຖືກຕ້ອງກັບລັດເຊຍ

ປະທານອີຊີຮຽກຮ້ອງຝ່າຍຕາເວັນຕົກມີການປະພຶດຕໍ່ຢ່າງຖືກຕ້ອງກັບລັດເຊຍ - ảnh 1
ປະທານ​ຄະນະ​ກຳມະການ​ເອີ​ລົບ (ອີ​ຊີ) Jean-Claude Juncker
(ພາບ: Reuters)

(vovworld) - ປະທານ​ຄະນະ​ກຳມະການ​ເອີ​ລົບ (ອີ​ຊີ) Jean-Claude Juncker ຫາ​ກໍ່​ຖະ​ແຫຼ​ງວ່າ ຝ່າຍ​ຕາ​ເວັນ​ຕົກ ຄວນມີການ​ປະພຶດ​ຕໍ່​ຢ່າງ​ຖືກຕ້ອງ​ ​ແລະ ມີ​ການ​ເຈລະຈາ​ກັບ ​ລັດ​ເຊຍ ຢ່າງ​ສະ​ເໝີ​ພາບ. ທ່ານ​ກໍ່​ໄດ້​ຕຳ​ໜິຕິຕຽນ​ເລື່ອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຕີ​ລາຄາ​ ລັດ​ເຊຍ​ ພຽງ​ແຕ່​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ.

        ນັບ​ແຕ່​ປີ​ 2014, ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ອາ​ເມ​ລິ​ກາ ​ໄດ້​ຈັດ​ວາງ​ມາດ​ຕະການ​ລົງ​ໂທດ ​ລັດ​ເຊຍ ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​​ແຫຼມ Crimea ​ໂອນ​ເຂົ້າ​ສະຫະພັນ​ລັດ​ເຊຍ ​ແລະ ການ​ປະ​ທະ​ກັນ​ຢູ່​ ຢູ​ແກຼນຕາ​ເວັນ​ອອກ, ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ ນັບ​ມື້​ນັບ​ເຄັ່ງ​ຕຶງ ​ເມື່ອ​ ລັດ​ເຊຍ​ ແຊກ​ແຊງ​ດ້ານ​ການ​ທະຫານ​​ເຂົ້າ ຊີຣີ, ພ້ອມ​ທັງ​ສະໜັບສໜູນ​ລະບອບ​ຂອງ​ປະທານາທິບໍດີ Vashar al – Assad.

ຂ່າວ/ບົດ​ອື່ນ