ປະ​ທາ​ນາ​ທິ​ດີ​ອາ​ເມ​ລິ​ກາ ກ່າວ​ປາ​ໄສ​ຕໍ່​ບັນ​ດາ​ຜ​ູ້​ສະ​ໜັບ​ສ​ະ​ໜູນ​ນັບ​ແຕ່​ເມື່ອ​ຕິ​ດ​ເຊື້ອ​ພະ​ຍາ​ດ​ໂຄວິດ-19 ເປັນ​ຄັ້ງ​ທຳ​ອິດ

(VOVWORLD) -ເຫດການນີ້ໄດ້ສຸມໃສ່ຫົວຂໍ້ “ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍ”.

ປະ​ທາ​ນາ​ທິ​ດີ​ອາ​ເມ​ລິ​ກາ ກ່າວ​ປາ​ໄສ​ຕໍ່​ບັນ​ດາ​ຜ​ູ້​ສະ​ໜັບ​ສ​ະ​ໜູນ​ນັບ​ແຕ່​ເມື່ອ​ຕິ​ດ​ເຊື້ອ​ພະ​ຍາ​ດ​ໂຄວິດ-19 ເປັນ​ຄັ້ງ​ທຳ​ອິດ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ກ່າວປາໄສຕໍ່ໜ້າບັນດາຜູ້ສະໜັບສະໜູນທ່ານ

(ພາບ: Reuter)

ວັນທີ 10 ຕຸລາ, ທ່ານປະທານາທິບໍດີອາເມລິກາ Donald Trump ກ່າວປາໄສຕໍ່ໜ້າບັນດາຜູ້ສະໜັບສະໜູນທ່ານຢູ່ທຳນຽບຂາວ, ໃນນັ້ນສ່ວນຫຼາຍແມ່ນຊາວອາເມລິກາ ເຊື້ອຊາດອາຟະລິກາ ແລະ ເຊື້ອຊາດລາຕິງ. ນີ້ການເຫດການເປີດເຜີຍເປັນຄັ້ງທຳອິດ ເຊິ່ງທ່ານປະທານາທິບໍດີ Donald Trump ຈັດຕັ້ງນັບແຕ່ເມື່ອທ່ານຕິດເຊື້ອພະຍາດໂຄວິດ-19 ແລະ ຕ້ອງໄດ້ຮັບການປິ່ນປົວເປັນເວລາ 3 ວັນ.

ໃນເຫດການນີ້ໄດ້ສຸມໃສ່ຫົວຂໍ້ “ຄວາມເປັນລະບຽບຮຽບຮ້ອຍ ແລະ ກົດໝາຍ”. ທ່ານປະທານາທິບໍດີ Donald Trump ໄດ້ຢ້ຳຄືນທັດສະນະເຊິ່ງທ່ານເຄີຍກ່າວປາໄສຫວ່າງມໍ່ໆນີ້ເປັນຫຼາຍຄັ້ງ, ໃນນັ້ນເນັ້ນໜັກເຖິງການສະໜັບສະໜູນທ່ານ ສຳລັບບັນຫາປະຕິບັດກົດໝາຍ. ກ່ຽວຂ້ອງເຖິງການຕໍ່ສູ້ກັບໂລກລະບາດໂຄວິດ-19, ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ, ຈະມີວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ກອງທັບຈະຈາກຢ່າຍວັກຊິນນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ