ປະທານາທິບໍດີ Barack Obama ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາ

ປະທານາທິບໍດີ Barack Obama ໄປປ່ອນບັດເລືອກຕັ້ງກ່ອນກຳນົດເວລາ - ảnh 1
(ພາບ​ປະ​ກອບ: Getty)

(vovworld) - ​ວັນ​ທີ 07/10, ໃນ​ການ​ຢ້ຽມ​ຢາ​ມ​ນະ​ຄອ​ນ Chicago ຂອງ​ລັດ​ Illinois ໂດຍບໍ່​ແຈ້ງ​ຂ່າວ​ເສຍ​ກ່ອນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ໄປ​ປ່ອນ​ບັດ​ກ່ອນ​ກຳ​ນົດ​ເວ​ລາ​ວັນ​ເລືອກ​ຕ​ັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ເປັນ​ທາງ​ການ​ໃນ​ວັນ​ທີ 08/11 ຈະ​ມາ​ເຖິງ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ປະ​ຕິ​ບັດ​ສິດ​ພົນ​ລະ​ເມືອງ​ຢູ່​ເມືອງ Cook ຂອງ​ລັດ Illinois, ເຊິ່ງ​ເປັນ​ແຫ່ງ​ທ່ານ​ເຄີຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ສ​ູງ​ຕາງ​ໜ້າ​ກ່ອນນັ້ນ ກ່ອ​ນ​ທີ່​ກາຍ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ທີ 45 ຂອງ​ທຳ​ນຽບ​ຂາວ​ເມື່ອ​ປີ 2008. ເຖິງວ່າບໍ່​ເປີດ​ເຜີຍ​ປ່ອນ​ບັດ​ເລືອກ​ຕັ້ງ​ໃຫ້​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ໃຫ້​ທ່ານ​ນາງ Hillary Clinton ຫຼື ທ່ານ Donald Trump, ແຕ່​ໃນ​ບັ້ນ​ຫາ​ສ​ຽງ​ເລືອກ​ຕັ້ງ​ຜ່ານ​ມາ, ​ ທ່ານ Obama ໄດ້​ຖະ​ແຫຼງ​ສະ​ໜັບ​ສະ​ໜູນ​ທ່ານ​ນາງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Hillary Clinton ເປັນ​ຫຼາຍ​ຄັ້ງ, ພ້ອມ​ທັງ​ຢືນ​ຢັນ​ວ່າ, ເສດ​ຖີ​ເງິນ​ຕື້ Donald Trump ບໍ່​ມີ​ຄຸນ​​ນະ​ທາດ​ຢ່າງ​ພຽງ​ພໍ​ເພື່ອ​ກາຍ​ເປັນ​ຜູ້​ນຳ​ພາ​ປະ​ເທດ​ອາ​ເມ​ລິ​ກາ.
ຂ່າວ/ບົດ​ອື່ນ