ປະທານາທິບໍດີ Bostswana ປະກາດໄດ້ຮັບໄຊຊະນະ ຄືນໃໝ່ໃນການເລືອກຕັ້ງ


ປະທານາທິບໍດີ Bostswana ປະກາດໄດ້ຮັບໄຊຊະນະ ຄືນໃໝ່ໃນການເລືອກຕັ້ງ - ảnh 1
(
ພາບ: AFP )

 (vovworld) –​​​​​​​​​ ​ວັນ​ທີ 26/10, ທ່ານ Seretse Khama Ian Khama ປະທານາທິບໍດີ Bostswana ປະກາດ​ໄດ້​ຮັບ​ໄຊຊະນະ​ຄືນ​ໃໝ່​ໃນ​ການ​​ເລືອກ​ຕັ້ງ ພາຍຫຼັງ​ທີ່​ພັກ​ປະຊາທິປະ​ໄຕ Bostswana (BDP) ກຳ​ອຳນາດຂອງ​ທ່ານ​ຍາດ​ໄດ້​ທີ່​ນັ່ງ​ສ່ວນ​ຫຼາຍ​​ໃນ​ສະພາ​ແຫ່ງ​ຊາດ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ຄັ້ງທີ 11 ຈັດ​ຂຶ້ນ​ເມື່ອ​ວັນ​ທີ 24/10 ຜ່ານ​ມາ. ທ່ານ Maruping Dibotelo ຜູ້ນຳ​ອົງການ​ຍຸດຕິ​ທຳ Bostswana ຍົກ​ອອກ​ຄຳ​ປະກາດ​ດັ່ງກ່າວ​ໃນ​ທາງ​ໂທລະພາບ​ແຫ່ງ​ຊາດ. ຄາດ​ວ່າ, ປະທານາທິບໍດີ Ian Khama ຈະ​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ອາຍຸ​ການ​ຕໍ່​ໄປ​ໃນ​ວັນ​ທີ 28/10 ຈະ​ມາ​ເຖິງ. ປະທານາທິບໍດີ Ian Khama, ​ອາຍຸ 61 ປີ, ທ່ານ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີເມື່ອ​ປີ 2008. ພັກ​ປະຊາທິປະ​ໄຕ Bostswana ຂອງ​ທ່ານ​ກຳ​ອຳນາດ​ນັບ​ແຕ່​ປະ​ເທດ​ອາ​ຟຼິກກາ​ໃຕ້​ນີ້​ປະກາດ​ເອກະລາດ​ເມື່ອ​ປີ 1966./.

ຂ່າວ/ບົດ​ອື່ນ