ປະທານາທິບໍດີ Burundi ໄດ້ປະກົດຕົວພາຍຫຼັງກົນອຸປາຍກໍ່ລັດຖະປະຫານ

ປະທານາທິບໍດີ Burundi ໄດ້ປະກົດຕົວພາຍຫຼັງກົນອຸປາຍກໍ່ລັດຖະປະຫານ - ảnh 1
ທ່ານ​ປະທາ​ນາທິບໍດີ Burundi, Pierre Nkurunziza
(ພາບ: AFP/TTXVN)


​(vovworld) – ຕອນ​ບ່າຍ​ວັນ​ທີ 17/05 (ຕາ​ມ​ເວລາ​ຫວຽດນາມ), ທ່ານ​ປະທາ​ນາທິບໍດີ Burundi, Pierre Nkurunziza ​ໄດ້​ປະກົດ​ຕົວ​ຕໍ່ໜ້າ​ມວນ​ຊົນ​ຢູ່​ນະຄອນຫຼວງ Bujumbura ພາຍຫຼັງ​ກົນ​ອຸ​ປາຍ​ກກໍ່ລັດຖະປະຫານບໍ່​ປະສົບ​ຜົນສຳ​ເລັດໃນ​ວັນ​ທີ 13/05 ຜ່ານ​ມາ. ​ໃນ​ບົດ​ກ່າວ​ປາ​ໄສ​​ໂດຍຫຍ້ໍ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ປະທານາທິບໍດີ Nkurunziza ພັດບໍ່​ເຕື້ອງ​ເຖິງ​ການກໍ່ລັດຖະປະຫານດັ່ງ​ກ່າວ ຫາກ​ພຽງ​ກ່າວ​ເຕື່ອນກ່ຽວ​ກັບ​ໄພ​ນາບ​ຄູ່​ຈາກ​ກຸ່ມ​ທະຫານ​ກະບົດ Shebab ຢູ່ ​ໂຊ​ມາ​ເລຍ ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​​ເຄືອຂ່າ​ຍ Qaeda​ ເທົ່າ​ນັ້ນ. ຕາມ​ທ່ານປະທານາທິບໍດີ Nkurunziza, ວົງ​ການ​ເຈົ້າ​ໜ້າ​ທີ່ Burundi ​ໄດ້​ດຳ​ເນີນ​ບັນດາ​ມາດ​ຕະການ​ເພື່ອ​ຕ້ານ​ Shebab, ກຳລັງ​ຫົວ​ຮຸນ​ແຮງ​ໄດ້​ນາບ​ຂູ່ບຸກ​ໂຈມ​ຕີ Burundi ​ແລະ ບັນດາ​ປະ​ເທດ​ອື່ນ​ໄດ້​ສົ່ງ​ທະຫານ​ເຂົ້າ​ຮ່ວມ​ກຳລັງ​ສະຫະພັນ​ອາ​ຟລິກາ (AU) ຢູ່ ​ໂຊ​ມາ​ເລຍ.

ຂ່າວ/ບົດ​ອື່ນ