ປະ​ທາ​ນາ​ທິບ​ໍ​ດີ Donald Trump ປະ​ກາດ​ບັນ​ລ​ຸ​ໄດ້​ຄວາມ​ຄືບ​ໜ້​າ​ທີ່​ດີ​ໃນ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) - ວັນທີ 16 ກໍລະກົດ, ໃນກອງປະຊຸມຄະນະລັດຖະບານຢູ່ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດວ່າ ອຳນາດການປົກຄອງຂອງທ່ານບັນລຸໄດ້ຄວາມຄືບໜ້າທີ່ດີໃນບັນຫາ ສປປ.ເກົາຫຼີ. 

        ທ່ານປະທານາທິບໍດີ Trump ໃຫ້ຮູ້ວ່າ ທ່ານຮູ້ສຶກບໍ່ຖືກກົດດັນເມື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການປອດນິວເຄຼຍກັບ ສປປ.ເກົາຫຼີ. ຕາມທ່ານ Trump ແລ້ວ, ເວລາບໍ່ແມ່ນບັນຫາຕົ້ນຕໍໃນການແກ້ໄຂບັນຫາ ສປປ.ເກົາຫຼີ.

        ໃນຂະນະນັ້ນ, ວັນທີ 16 ກໍລະກົດ ສປປ.ເກົາຫຼີ ໄດ້ກ່າວເຕືອນວ່າການເຈລະຈາຄັ້ງຕ່າງໆເພື່ອແນໃສ່ມຸ່ງໄປສູ່ເລື່ອງປະເທດນີ້ຍົກເລີກໂຄງການ ອາວຸດນິວເຄຼຍອາດຈະປະສົບກັບຄວາມສ່ຽງ ແລະ ການເຊື່ອມຕໍ່ການເຈລະຈາກ່ຽວກັບການປອດນິວເຄຼຍກັບ ວໍຊິງຕັນຈະຖືກຜົນສະທ້ອນຖ້າຫາກວ່າ ວໍຊິງຕັນບໍ່ຮັກສາຄຳໝັ້ນສັນຍາບໍ່ຊ້ອມຮົບຮ່ວມກັບ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ