ປະທານາທິບໍດີ D.Trump ຖະແຫລງຈະຈັດວາງຄຳສັ່ງລົງໂທດອີຣານຄືນໃຫມ່

(VOVWORLD) -ທ່ານ Donald Trump ໃຫ້ຮູ້ວ່າ: ອາເມລິກາ ຄາດຄະເນລ່ວງຫນ້າໝາກຜົນການປ່ອນບັດຢູ່ ສະພາຄວາມໝັ້ນຄົງ ສປຊ ໄດ້ ແລະ ຈະມີການກະທຳໃນອາທິດຫນ້າ. 

ວັນທີ 15 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ທ່ານ ຈະ ຈັດວາງຄຳສັ່ງລົງໂທດອີຣານຄືນໃຫມ່ ພາຍຫລັງສະພາຄວາມໝັ້ນຄົງ ສປຊ ບໍ່ສະຫນັບສະຫນູນເລື່ອງແກ່ຍາວຄຳສັ່ງຂວ້ຳບາດດ້ານອາວຸດສຳລັບປະເທດນີ້. ຄຳຖະແຫລງດັ່ງກ່າວຂອງທ່ານ Donald Trump  ຍົກອອກມາພາຍຫລັງ ວັນທີ 14 ສິງຫາ ສະພາຄວາມໝັ້ນຄົງ ສປຊ ປະຕິເສດຄຳສະເຫນີຂອງ ອາເມລິກາແມ່ນແກ່ຍາວຄຳສັ່ງຂວ້ຳບາດດ້ານອາວຸດສຳລັບ ອີຣານ ຊື່ງຈະໝົດກຳນົດເວລາໃນເດືອນຕຸລາຈະມາເຖິງ. ທ່ານ Donald Trump ໃຫ້ຮູ້ວ່າ: ອາເມລິກາ ຄາດຄະເນລ່ວງຫນ້າໝາກຜົນການປ່ອນບັດຢູ່ ສະພາຄວາມໝັ້ນຄົງ ສປຊ ໄດ້ ແລະ ຈະມີການກະທຳໃນອາທິດຫນ້າ. 

ຕອບກັບ

ຂ່າວ/ບົດ​ອື່ນ