ປະທານາທິບໍດີ D.Trump ປະກາດຍົກເລີກແຜນການພົບປະຂັ້ນສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຢູ່ ສິງກະໂປ

(VOVWORLD) - ວັນທີ 24 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດ ຍົກເລີກແຜນການພົບປະຂັ້ນສຸດຍອດກັບການນຳ ສປປ.ເກົາຫຼີ Kim Jong-un ຄາດວ່າຈະດຳເນີນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ ສິງກະໂປ. 
ປະທານາທິບໍດີ D.Trump ປະກາດຍົກເລີກແຜນການພົບປະຂັ້ນສຸດຍອດ ອາເມລິກາ - ສປປ.ເກົາຫຼີ ຢູ່ ສິງກະໂປ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un (ພາບ:CNN)

ທຳນຽບຂາວໄດ້ປະກາດຈົດໝາຍຂອງທ່ານປະທານາທິບໍດີ Trump ສົ່ງເຖິງການນຳ ສປປ.ເກົາຫຼີ, ໃນນັ້ນ ເຫດຜົນທີ່ທ່ານ Trump ຍົກອອກຄຳຕັດສິນຍົກເລີກການພົບປະຂັ້ນສຸດຍອດນັ້ນແມ່ນສະແດງໃຫ້ເຫັນ “ທ່າທີທີ່ປໍລະປັກຢ່າງເປີດເຜີຍ ແລະ ໂກດແຄ້ນຢ່າງຮຸນແຮງ” ໃນບາງບົດກ່າວຄຳເຫັນຂອງທ່ານ Kim Jong-un ຫວ່າງແລ້ວນີ້. ທ່ານປະທານາທິບໍດີ ອາເມລິກາ ໃຫ້ຂໍ້ສັງເກດວ່າ “ໂອກາດໄດ້ພາດໄປແລ້ວ” ແລະ ນີ້ແມ່ນ “ຈຸດເວລາທີ່ເປັນໜ້າໂສກເສົ້າແທ້ຈິງໃນປະຫວັດສາດ”.  ທ່ານ Trump ກໍ່ແຈ້ງໃຫ້ການນຳ ສປປ.ເກົາຫຼີ ວ່າ ຈົ່ງໂທຫາ ຫຼື ຂຽນຈົດໝາຍຖ້າຫາກປ່ຽນແປງຄວາມຄິດ, ພ້ອມກັນນັ້ນ ທ່ານ Trump ກໍ່ສະແດງໃຫ້ເຫັນຄວາມຫວັງຢາກພົບປະກັບທ່ານ Kim ໃນມື້ໜຶ່ງ.

        ຄຳປະກາດດັ່ງກ່າວໄດ້ຍົກອອກມາ ພາຍຫລັງ ສປປ.ເກົາຫຼີ ຫາກໍ່ປະກາດໄດ້ສຳເລັດການຮື້ມ້າງສະຖານທີ່ທົດລອງນິວເຄຼຍໜຶ່ງດຽວ Punggye-ri, ການກະທຳໄດ້ສະແດງໃຫ້ເຫັນ ພຽງຢາງ ຢາກປ່ຽນແປງຢ່າງເຂັ້ມງວດ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຊົມເຊີຍເລື່ອງ ສປປ.ເກົາຫຼີ ຮື້ມ້າງສະຖານທີ່ທົດລອງນິວເຄຼຍ Punggye-ri, ຖືນີ້ແມ່ນ ບາດກ້າວທຳອິດທີີ່ມີຄວາມໝາຍມຸ່ງໄປເຖິງການປອດນິວເຄຼຍຢ່າງສີ້ນເຊີງ.

ຕອບກັບ

ຂ່າວ/ບົດ​ອື່ນ